ອູ​ຕ່ານ ສາວ​ຟູ​ຈ້ຽນ​ໄດ້​ສິດ​ເຂົ້າ​ຮ່ວມປະ​ກວດ​ນາງ​ສາວ​ທ່ອງ​ທ່ຽວ​ໂລກ 2017
2017-05-31 16:19:24  cri 

ຮອບ​ຊິງ​ຊະ​ນະ​ເລີດ​ຄັດ​ເລືອກ​ນາງ​ສາວ​ຈີນ​ເພື່ອ​ເຂົ້າ​ຮ່ວມ​ການ​ປະ​ກວດ​ນາງ​ສາວ​ທ່ອງ​ທ່ຽວ​​ໂລກ 2017 ໄດ້​ຈັດ​ຂຶ້ນ​ຢູ່​ກຳ​ແພງ​ນະ​ຄອນ​ຈຸ່ງ​ກິ່ງ ແຂວງ​ເສ​ສວນ​ໃນ​ຄືນ​ວັນ​ທີ 30 ພຶດ​ສະ​ພາ​ນີ້​ໂດຍ​ມີນາງ​ສາວ 46 ຄົນ​ເຂົ້າ​ຮ່ວມປະ​ກວດດ້ວຍການ​ນຸ່ງ​​ຊຸດ​ທີ່​ເຕັມ​ໄປ​ດ້ວຍ​ພະ​ລັງ,ຊຸດ​ລອຍ​ນ້ຳ,ຊຸດ​ລາ​ຕີ​ແລະ​​ຕອບ​ຄຳ​ຖາມແລະ​ອື່ນໆ, ​ຜ່ານ​ການ​ຕັດ​ສິນ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ກວດ,ປາ​ກົດ​ວ່າ ນາງ​ອູ​ຕ່ານ ສາວ​ແຂວງ​ຟູ​ຈ້ຽນ​ຊະ​ນະ​ເລີດ​ໄດ້​ສິດ​ເປັນ​ຕົວ​ແທນ​ສາວ​ຈີນ​ເຂົ້າ​ຮ່ວມ​ເວ​ທີ​ປະ​ກວດ​ນາງ​ສາວ​ທ່ອງ​ທ່ຽວ​ໂລກ 2017.ຂະ​ນະ​ທີ່ ນາງ​ໂຫ​ເຢ້ ຮອງ​ຊະ​ນະ​ເລີດ​ອັນ​ດັບ​ໜຶ່ງ​ແລະນາງ​ຖານ​ໄຫ​ຢ້ຽນ ​ຮອງ​ຊະ​ນະ​ເລີດ​ອັນ​ດັບ​ສອງ.


1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ