ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ມຳ​ບາ​ຊາ-ໄນ​ໂຣ​ບີປະ​ເທດເກນ​ຢາ
2017-05-31 16:29:11  cri 

ທາງ​ລົດ​ໄຟ​ມຳ​ບາ​ຊາ-ໄນ​ໂຣ​ບີປະ​ເທດ​ເກນ​ຢາ​ທີ່​ຮັບ​ເໝົກໍ່​ສ້າງ​ໂດຍ​ບໍ​ລິ​ສັດ​ຈີນ​ນັ້ນ​ໄດ້ທົດ​ລອງ​ເປີດ​ບໍ​ລິ​ການ​ໃນ​ວັນ​ທີ 31 ພຶດ​ສະ​ພາ​ນີ້​ໂດຍ​ທ່ານ​ອູ​ຮູ​ຣູ ເຄັນ​ຢາ​ຕາ ປະ​ທາ​ນາ​ທິ​ບໍ​ດີ​​ເກນ​ຢາ,ທ່ານ​ຫວາງ​ຢຸງ ທູດ​ພິ​ເສດ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​, ທີ່​ປຶກ​ສາ​ແຫ່ງ​ລັດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ບໍ​ລິ​ການ​ດັ່ງ​ກ່າວ.

ທາງ​ລົດ​ໄຟ​ມຳ​ບາ​ຊາ-ໄນ​ໂຣ​ບີ​ເປັນ​ໂຄງ​ການ​ໂຕ່ງ​ໂສ້​ "ມາດ​ຕະ​ຖານ​ຈີນ"​ຄົບ​ຊຸດ​ທີ່​ລວມ​ທັງ​ການ​ອອກ​ແບບ, ການ​ຕິດ​ຕາມ​ການ​ກໍ່​ສ້າງ, ການ​ລະ​ດົມ​ທຶນ,ການ​ຈັດ​ຊື້​ອຸ​ປະ​ກອນ​ກັບ​ການ​ຄຸ້ມ​ຄອງ​ກາ​ນ​ດຳ​ເນີນ​ທຸ​ລະ​ກິດ ທັງ​ເປັນ​ໂຄງ​ການ​ໂຕ​ແບບ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ຂອງ​ຈີນ​ທີ່​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ອາ​ຟ​ຣິກ​ກາ. ຕາ​ມ​ການ​ຕີ​ລາ​ຄາ​ນັ້ນ, ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ດັ່ງ​ກ່າວ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້GDPເ​ກນ​ຢາ​ຂະ​ຫຍາຍ​ຕົວ 1,5%. ຫຼັງສຳ​ເລັດ​ການ​ກໍ່​ສ້າງ​ແລ້ວ​ກໍ​ຈະສາ​ມາດ​ຫຼຸດ​ຕົ້ນ​ທຶນ​ການ​ຂົນ​ສົ່ງ​ສິນ​ຄ້າ​ຂອງ​ປະ​ເທດ​ດັ່ງ​ກ່າວ​​ໄດ້​ເຖິງ 40% ເຊິ່ງ​ຈະ​ເພີ່ມ​ບໍ​ລິ​ມາດ​ການ​ຂົນ​ສົ່ງ​ຂອງ​ປະ​ເທດ​ອາ​ຟ​ຣິກ​ກາ​ຕາ​ເວັນ​ອອກ​ໃຫ້ຫຼາຍ​ຂຶ້ນ​ຕື່ມ​ອີກ, ຊຸກ​ຍູ້​ການ​ເຊື່ອມ​ຈອດ​ແລະ​ການ​ເຊື່ອມ​ໂຍງ​ເຂົ້າ​ເປັນ​​ໜຶ່ງ​​ດຽວ​ຂອງ​ພາກ​ພື້ນ​ອາ​ຟ​ຣິກ​ກາ​ຕາ​ເວັນ​ອອກ ທັງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ອາ​ຟ​ຣິກ​ກາ​ໃຫ້​ດີ​ຂຶ້ນ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ