ເລ​ຂາ​ທິ​ການ​ໃຫຍ່​ ສ​ປ​ຊ ​ປະ​ນາມ​ຕໍ່​ເຫດ​ໂຈມ​ຕີນະ​ຄອນ​ຫຼວງ​ແບັກ​ແດັດ​ຂອງ​ອີ​ຣັກ
2017-05-31 11:12:21  cri 
ວັນ​ທີ 30 ພຶດ​ສະ​ພາ​ນີ້, ທ່ານ ອັນ​ໂຕ​ນີ​ໂອ ກູ​ເຕີເຣັດ ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ອອກ​ຖະ​ແຫຼງ​ການ​ ໂດຍ​ກ່າວ​ປະ​ນາມ​ຢ່າງ​ຮຸ​ນ​ແຮງ​ຕໍ່​ເຫດ​ໂຈມ​ຕີດ້ວຍ​ລະ​ເບີດ​ທີ່​ເກີດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ແບັກ​ແດັດ​ຂອງ​ອີ​ຣັກ ແລະ ຫວັງ​ວ່າຈະ​ສາ​ມາດ​ນຳ​ຜູ້​ໂຈມ​ຕີ​ມາ​ລົງ​ໂທດ​ຕາມ​ກົດ​ໝາຍໄດ້​ຢ່າງວ່ອງ​ໄວ.

ທ່ານ ສ​ຕີ​ເຟັນ ດູ​ຈາ​ຣິກ ໂຄ​ສົກ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ອ່ານ​ຖະ​ແຫຼງ​ການ​ໃນການ​ຖະ​ແຫຼງ​ຂ່າວໃນ​ມື້​ດຽວ​ກັນ​ວ່າ: ທ່ານ ກູ​ເຕີ​ເຣັດ ໄດ້​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ທີ່​ສຸດ​ຕໍ່​ເຫດ​ໂຈມ​ຕີ​​ແບບ​ກໍ່​ການ​ຮ້າຍຢູ່​ນະ​ຄອນ​ຫຼວງ​ແບັກ​ແດັດ ເຊິ່ງ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ​ເປັນ​ຈຳ​ນວນຫຼາຍ​ໃນ​ໄລ​ຍະ​ວັນ​ຖື​ສິນ​ອົດ. ນອກ​ນີ້, ທ່ານ ກູ​ເຕີ​ເຣັດ ​ຍັງ​ໄດ້ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ຄອບ​ຄົວ​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ ພ້ອມ​ທັງ​ຂໍ​ໃຫ້​ຜູ້​ບາດ​ເຈັບ​​ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ​ໂດຍ​ໄວ. ​ຂະ​ນະ​ດຽວ​ກັນ, ທ່ານ ກູ​ເຕີ​ເຣັດ ກໍກ່າວ​ຢ້ຳ​ວ່າ: ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ອີ​ຣັກ​ທີ່​ໄດ້​​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ໃນ​ການ​​ປາບ​ປາມ​ລັດ​ທິ​ກໍ່​ການ​ຮ້າຍ.

ຂ່າວ​ແຈ້ງວ່າ: ​ໃນ​ວັນ​ທີ 29 ແລະ ທີ30 ພຶດ​ສະ​ພາ​ນີ້,​ຢູ່​ນະ​ຄອນ​ຫຼວງ​ແບັກ​ແດັດ​ຂອ​ງ​ອີ​ຣັກ​ຕ່າງໄດ້​ເກີດ​ເຫດ​ໂຈມ​ຕີ​ດ້ວຍ​ລະ​ເບີດ ເຮັດ​ໃຫ້​​ປະ​ຊາ​ຊົນ​ຢ່າງ​ໜ້ອຍ 14 ຄົນ​ເສຍ​ຊີ​ວິດ ແລະ 81 ຄົນ​ບາດ​ເຈັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ