ງານວາງສະແດງຜະລິດຕະພັນໂອດ໊ອບ ຄາດມູນຄ່າການຊື້-ຂາຍເກືອບ2ຕື້ກີບ
2017-05-31 14:36:28  cri 

  ໜັງສືພີມເສດຖະກິດການຄ້າ: ງານວາງສະແດງ ແລະຈຳໜ່າຍຜະລິດຕະພັນໂອດ໊ອບ (ໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼືODOP) ແລະ
ສິນຄ້າຄອບຄົວຕົວແບບຄັ້ງທີ 4ປະຈຳປີ 2017 ເປີດຂຶ້ນຢ່າງເປັນທາງການໃນວັນທີ 29ພຶດສະພານີ້, ທີ່ສູນການຄ້າລາວໄອເຕັກ,  ມີຫ້ອງ
ວາງສະແດງທັງໝົດ115ຫ້ອງ,  ມາຈາກ 12ແຂວງເຂົ້າຮ່ວມ ແລະສິນຄ້າໂອດ໊ອບ ມີ37ຫົວໜ່ວຍ, ສິນຄ້າຄອບຄົວຕົວແບບ 50ຫົວໜ່ວຍ,
ຄາດວ່າມູນຄ່າການຊື້-ຂາຍທັງໝົດຈະມີເກືອບ 2ຕື້ກີບ ແລະຈະມີປະຊາຊົນເຂົ້າຮ່ວມຊົມປະມານ 1ໝື່ນ7ພັນກວ່າຄົນຕໍ່ມື້.        
      
    ທ່ານ ເບີລິນ ເພັດຈັນທະຣາດ, ຫົວໜ້າພະແນກອຸດສາຫະກຳ ແລະການຄ້ານະຄອນຫຼວງວຽງຈັນກ່າວວ່າ: ເພື່ອເຮັດໃຫ້ວຽກງານສົ່ງເສີມ
ຜະລິດຕະພັນເປັນສິນຄ້ານຳໃຊ້ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນ ແລະສິນຄ້າຕົວແບບຂອງນະຄອນຫຼວງຂະຫຍາຍຕົວ, ມີຄວາມຍືນຍົງ
ແລະສ້າງຜະລິດຕະພັນໃຫ້ມີມູນຄ່າເພີ່ມສູງຂຶ້ນ, ໂດຍຜ່ານຂະບວນການປຸງແຕ່ງຫຸ້ມຫໍ່ ທີ່ສອດຄ່ອງກັບຕະຫຼາດໃນຍຸກເຊື່ອມໂຍງກັບພາກພື້ນ
ແລະສາກົນ.

    ນອກຈາກນັ້ນ, ພາຍໃນງານຍັງໄດ້ມອບ-ຮັບ ການນຳໃຊ້ກາໝາຍໂອດ໊ອບແຫ່ງຊາດໃຫ້ 3ຫົວໜ່ວຍທຸລະກິດ, ເຊິ່ງງານໄດ້ເປີດໃຫ້ບໍລິ
ການແຕ່ວັນທີ 26ພຶດສະພາເປັນຕົ້ນມາ ແລະຈະອັດລົງໃນວັນທີ1ມິຖຸນາໜ້ານີ້.  

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ