ນາ​ຍົກ​ໄທ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ຄະ​ນະ​ຜູ້​ແທນ​ທະ​ຫານ​ສູນ​ກາງ​ຈີນ
2017-05-31 11:02:13  cri 
ຕາມ​ຂ່າວCRI: ວັນ​ທີ 30 ພຶດ​ສະ​ພາ​ນີ້, ທ່ານ​ປ​ຣ​ະ​ຍຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​​ຂອງທ່ານ​ຝາງ​ເຟິງ​ຮຸຍ ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ, ເສ​ນາ​ທິ​ການ​ໃຫຍ່ກອງ​ເສ​ນາ​ທິ​ການ​ປະ​ສົມ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ.

ທ່ານ​ປ​ຣ​ະ​ຍຸດ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຜົນ​ສຳ​ເລັດ​ໃນ​ການ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ແລະ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ ​ທັງ​ໄດ້ກ່າວ​ວ່າ, ໄທ​ຈະ​​ສືບ​ຕໍ່​ຄົ້ນ​ຄວ້າຄຳ​ເຫັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ການ​ປົກ​ຄອງ​ປະ​ເທດ​ແລະການ​ຄຸ້ມ​ຄອງ​ລັດ, ຖອດ​ຖອນ​ບົດ​ຮຽນ​ການ​ປະ​ຕິ​ຮູບ​ຂອງ​ຈີນ, ​ນຳເອົາ​ຍຸດ​ທະ​ສາດ​ພັດ​ທະ​ນາ​ປະ​ເທດ​ຂອງ​ຕົນ​ເຊື່ອມ​ຕໍ່​ກັບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແລະ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ລະ​ຫວ່າ​ງ​ສອງ​ປະ​ເທດ. ຂະ​ນະ​ດຽວ​ກັນ ກໍ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ຂັ້ນ​ສູງ​ກັບ​ຈີນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ຕ້ານ​ການ​ກໍ່​ການ​ຮ້າຍ, ການ​ຝຶກ​ຊ້ອມ​ທະ​ຫານ ແລະ​ອື່ນໆ ເພື່ອ​ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ກອງ​ທັບ​ຂະ​ຫຍາຍ​ຕົວ​ຢ່າງ​ຮອບ​ດ້ານ.

ທ່ານ​ຝາງ​ເຟິງ​ຮຸຍ​ກ່າວ​ວ່າ, ພາຍ​ໃຕ້​ການ​ຊຸກ​ຍູ້​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ແລະ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປ​ຣ​ະ​ຍຸດ, ສາຍ​ພົວ​ພັນ​ຈີນ-ໄທ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ໜັກ​ແໜ້ນ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ​ລະ​ຫວ່າງ​ສອງ​ປະ​ເທດ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ສອງ​ປະ​ເທດ​ກໍ​ນັບ​ມື້​ແໜ້ນ​ແຟ້ນ. ທີ່​ສຳ​ຄັນ​ພ້ອມ​ຈະຮ່ວມ​ກັບ​ໄທ​ລົງ​ເລິກ​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງກອງ​ທັບ​ຕື່ມ​ອີກ ເພື່ອ​ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ກໍ​ຄືສັນ​ຕິ​ພາບ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ