ຈີນ​ນຳ​ເຂົ້າ​ໝາກ​ມ່ວງ​ຈາກ​ມຽນ​ມາຫຼາຍ​ທີ່​ສຸດ
2017-05-31 15:51:43  cri 
ຕາມໜັງ​ສື​ພິມມຽນ​ມາ​ທາມ​ສ໌: ປະ​ທານສະ​ມາ​ຄົມ​ຜະ​ລິດ​ແລະ​ຈຳ​ໜ່າຍ​ໝາກ​ໄມ້, ຜັກ​ແລະ​ດອກ​ໄມ້​​ເຂດ​ມັນ​ເດີ​ເລມຽນ​ມາ​ເປີດ​ເຜີຍ​ໃນ​ມໍ່ໆ​ມາ​ນີ້​ວ່າ, ຈີນ​ ​ຊື້​ໝາກ​ມ່ວງ​ຈາກມຽນ​ມາທີ່​ສົ່ງ​ອອກເກືອບ 100% ດ້ວຍ​ລາ​ຄາ​ທີ່​ດີ.

ຂ່າວ​ແຈ້ງ​ຕື່ມ​ວ່າ, ຈີນ​ຊື້​ໝາກ​ມ່ວງ​ Sein Ta Lone ​ຂອງ​ມຽນ​ມາ​ດ້ວຍ​ລາ​ຄາ 5,3 ຫາ 9,3 ຢວນ​ຕໍ່​ກິ​ໂລ, ​ແຕ່ຖ້າ​ຄຸນ​ນະ​ພາບ​ດີ​ລາ​ຄາ​​ກໍ​ຈະ​ສູງກວ່ານີ້. ໃນຫຼາຍ​ປີ​ຜ່ານ​ມາ, ​ຊາວ​ສວນ​ມຽນ​ມາ​ໄດ້​ເລືອກ​​ໃຊ້ແນວ​ພັນ​ໝາກ​ມ່ວງ​ທີ່​ດີ ແລະ​ນຳ​ເອົາ​ເຕັກ​ນິກ​ທັນ​ສະ​ໄໝ​ຈາກ​ໄທ, ຈີນ, ຍີ່​ປຸ່ນ ແລະ​ເຢຍ​ລະ​ມັນ ເຊິ່ງ​ເຮັດ​ໃຫ້ປີ​ນີ້​ຄຸນ​ນະ​ພາບ​​ສູງກວ່າ​ປີ​ຜ່ານ​ມາ. ນອກ​ຈາກ​ຈີນ​ແລ້ວ, ໝາກ​ມ່ວງ​ມຽນ​ມາ​​ຍັງ​ສົ່ງ​ໄປ​ຂາຍ​​ຢູ່ຍີ່​ປຸ່ນ, ສິງ​ກະ​ໂປ ແລະ​ປະ​ເທດ​ອື່ນໆຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ