ການ​ປະ​ທະ​ກັນ​ຢູ່​ເມືອງ​ມາ​ລາ​ວີ​ປະ​ເທດ​ຟີ​ລິບ​ປິນ​ເຮັດ​ໃຫ້​ຮ້ອຍກວ່າ​ຄົນ​ເສຍ​ຊີ​ວິດແລ້ວ
2017-05-31 16:38:22  cri 
ຕາມ​ຂ່າ​ວ​ສານ​ຊິນ​ຮ​ວາ: ທ່ານ​ເຣ​ສ​ຕີ​ຕູ​ໂຕ ປາ​ດີ​ລາ ໂຄ​ສົກ​ກອງ​​ທັບ​ຟີ​ລິບ​ປິນ​ຖະ​ແຫຼງ​ໃນ​ວັນ​ທີ 30 ພຶດ​ສະ​ພາ​ນີ້​ວ່າ, ການ​ປະ​ທະ​ກັນ​ຢູ່​ເມືອງ​ມາ​ລາ​ວີ​​ແກ່​ຍາວ​ໄດ້​ໜຶ່ງ​ອາ​ທິດ​ແລ້ວ​ນັ້ນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ເປັນ​ຈຳ​ນວນຫຼາຍ ໂດຍມາ​ຮອດ​ຕອນ​ຄ່ຳ​ວັນ​ທີ 29 ພຶດ​ສະ​ພາ ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ 104 ຄົນ, ໃນ​ນັ້ນ​ເປັນ​ທະ​ຫານ​ແລະ​ຕຳຫຼວດ 20 ຄົນ, ປະ​ຊາ​ຊົນ 19 ຄົນ ແລະກຸ່ມ​ປະ​ກອບ​ອາ​ວຸດ​ຕໍ່​ຕ້ານ​ລັດ​ຖະ​ບານ​ 65 ຄົນ, ນອກ​ນີ້ ຍັງ​ມີ​ທະ​ຫານ​ແລະ​ຕຳຫຼວດ​ອີກ 72 ຄົນ​ບາດ​ເຈັບ.

ທ່ານ​ປາ​ດີ​ລີ​ກ່າວ​ວ່າ, ເຈົ້າ​ໜ້າ​ທີ່​ທະ​ຫານ​ຍັງ​ຈະ​ສື​ບ​ຕໍ່​​ກວາດລ້າງ​ກຸ່ມ​ປະ​ກອບ​ອາ​ວຸດ "ອົງ​ການ​ມາວ​ເຕ" ທີ່​ຍັງຫຼົງ​ເຫຼືອ​ຢູ່​ເມືອງ​ມາ​ລາ​ວີ ເພື່ອຫຼີກ​ເວັ້ນ​ບໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​​ທັງ​ຕໍ່ບຸກ​ຄົນ​ແລະ​ຊັບ​ສິນ​ຕື່ມ​ອີກ. ​ຂະ​ນະ​ດຽວ​ກັນ​ກໍ​ຮຽກ​ຮ້ອງ​ໃຫ້​ກຸ່ມ​ປະ​ກອບ​ອາ​ວຸດ​ຕໍ່​ຕ້ານ​ລັດ​ຖະ​ບານ​ອອກ​ມາຍອມ​ຈຳ​ນົນ​ໂດຍ​ໄວ. ທ່ານ​ຍັງ​ກ່າວ​ຕື່ມ​ວ່າ, ເຈົ້າ​ໜ້າ​ທີ່​ທະ​ຫານ​ຈະ​ພະ​ຍາ​ຍາມ​ຊ່ວຍປະ​ຊ​າ​ຊົນ​ທີ່​ຍັງ​ຢູ່​ໃນ​ເມືອງ​ມາ​ລາ​ວີຕໍ່​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ