ຍານ​ດຳ​ນ້ຳ "ຈຽວ​ລົງ" ດຳ​ນ້ຳ​ຢູ່​ຮ່ອງ​ໃຕ້​ທະ​ເລ​ມາ​ຣີ​ອາ​ນາ​ທີ່​ເລິກເກືອບ 7 ພັນ​ແມັດ
2017-05-31 16:11:36  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ວັນ​ທີ 30 ພຶດ​ສະ​ພານີ້, ຍານ​ດຳ​ນ້ຳ​ບັນ​ທຸກ​ຄົນ "ຈຽວ​ລົງ" ຂອງ​ຈີນ ໄດ້​ສືບ​ຕໍ່​ດຳ​ນ້ຳ​ຢູ່​ຮ່ອ​ງ​ໃຕ້​ທະ​ເລ​ມາ​ຣີ​ອາ​ນາ ເຊິ່ງ​ເປັນ​ບ່ອນ​ເລິກ​ທີ່​ສຸດ​ຂອງ​ໂລກ ໂດຍ​ໄດ້​ດຳ​ເຖິງ​ບ່ອນ​ທີ່​ເລິກ​ທີ່​ສຸດ 6699 ແມັດ ແລະໄດ້​ເກັບ​ຕົວ​ຢ່າງ​ຫີນ, ສິ່ງ​ທີ່​ມີ​ຊີ​ວິດ ແລະ​ນ້ຳ​ທະ​ເລ​ໃກ້​ພື້ນ ທັງ​ໄດ້​ຖ່າຍ​ວິ​ດີ​ໂອ​ປາ​ສິງ​ສອງ​ໂຕ​ທີ່ລອຍ​ຢູ່​ພື້ນ​ທະ​ເລ​ໃກ້ຈຸດ​ສຳຫຼວດ. ປາ​ສິງ​ແມ່ນ​ປາ​ທີ່​ມີ​ຈຸດ​ພິ​ເສດ​ອາ​ໄສ​ຢູ່​ນ້ຳ​ເລິກ ເຊິ່ງ​ປົກ​ກະ​ຕິ​ແລ້ວ ພ​ວກ​ມັນ​ດຳ​ລົງ​ຊີ​ວິດ​ຢູ່​ບ່ອນ​​ເລິກ 6000-8000 ແມັດ, ການ​ຄົ້ນ​ພົບພ​ວກ​ມັນ ມີ​ຜົນ​ດີ​ຕໍ່​ການ​ຊອກ​ຮູ້​ແຫຼ່ງ​ກຳ​ເນີດ, ວິ​ວັດ​ທະ​ນາ​ການ ແລະ​ກົນ​ໄກ​ສອດ​ຄ່ອງ​ກັບ​ສິ່ງ​ແວດ​ລ້ອມ​ຂອງ​ປາ​ປະ​ເພດ​ນ້ຳ​ເລິກ.

    ນີ້​ແມ່ນ​ຄັ້ງ​ທີ 4 ທີ່​ຍານ​ດຳ​ນ້ຳ "ຈຽວ​ລົງ" ດຳ​ຢູ່​ຮ່ອ​ງ​ໃຕ້​ທະ​ເລ​ມາ​ຣີ​ອາ​ນາ​ໃນ​ປີນີ້ ແລະກໍ​ແມ່ນ​ຄັ້ງ​ທີ 4 ໃນ​ຕອນ​ເດີນ​ເຮືອ​ທີ 3 ຂອງ​ການ​ເດີນເຮືອ​ໃນ​ມະ​ຫາ​ສະ​ໝຸດ​ຈີນຄັ້ງ​ທີ 38 ເຊິ່ງ​ເລີ່ມ​ດຳ​ນ້ຳ​ໃນ​ເວ​ລາ 7 ໂມງ 3 ນາ​ທີ​ຕາມ​ເວ​ລາ​ທ້ອງ​ຖິ່ນ ແລະ​​ໃຊ້ເວ​ລາ​ເຮັດ​ວຽກ​ຢູ່​ພື້ນ​ທະ​ເລ​ເຖິງ 3 ຊົ່ວ​ໂມງ 10 ນາ​ທີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ