WHO ເອົາ​ໃຈ​ໃສ່​ຕໍ່ຜົນ​ສະ​ທ້ອນ​ຂອງ​ຢາ​ສູບ​ທີ່​ທຳ​ລາຍ​ສິ່ງ​ແວດ​ລ້ອມ
2017-05-31 16:14:05  cri 
​     ເນື່ອງ​ໃນ​ໂອ​ກາດວັນ​ທີ 31 ພຶດ​ສະ​ພາ ແມ່ນ "ວັນ​ງົດ​ຢາ​ສູບ​ໂລກ", ອົງ​ການ​ອະ​ນາ​ໄມ​ໂລກ ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ຢູ່​ເຊີ​ແນວ​ໃນ​ວັນ​ທີ 30 ພຶດ​ສະ​ພານີ້ ໂດຍ​ໄດ້​ເນັ້ນ​ການ​ຂົ່ມ​ຂູ່​ຂອງ​ຢາ​ສູບ​ຕໍ່​ສິ່ງ​ແວດ​ລ້ອມ​ແລະ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ ແລະ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ​ຈົ່ງ​ໃຊ້​ມາດ​ຕະ​ການ​​ໃຫ້ແຂງ​ແຮງກວ່າ​ເກົ່າ​ເພື່ອ​ຄວບ​ຄຸມ​ຢາ​ສູບ.

    ບົດ​ລາຍ​ງານ​ໃນ​ຫົວ​ຂໍ້ "ຢາ​ສູບ​ແລະ​ຜົນ​ສະ​ທ້ອນ​ຕໍ່​ສິ່ງ​ແວດ​ລ້ອມ" ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ ໄດ້​ວິ​ເຄາະ​ການ​ພົວ​ພັນ​ລະ​ຫວ່າງ​ຢາ​ສູບ​ແລະ​ສິ່ງ​ແວດ​ລ້ອມ​ເປັນ​ຄັ້ງ​ທຳ​ອິດ ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ຜົນ​ສະ​ທ້ອນ​ຂອງ​ຢາ​ສູບ​ຈາກ​ຂັ້ນ​ຕອນ​ຕ່າງໆ​​ນັບແຕ່​ການ​ປູກ​​ເຖິງ​ການ​ບໍ​ລິ​ໂພກນັ້ນ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ຕໍ່​ສິ່ງ​ແວດ​ລ້ອມ​ຢ່າງ​ລະ​ອຽດ ແລະ​ຍັງ​ຊີ້​ໃຫ້​ເຫັນ​ວ່າ, ຢາ​ສູບ​ເປັນ​ການ​ຂົ່ມ​ຂູ່​ຕໍ່​ທຸກ​ຄົນ​ພ້ອມ​ດ້ວຍ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ດ້ວຍຫຼາຍ​ຮູ​ບ​ການ.

    ຈາກນີ້, ອົງ​ການ​ອະ​ນາ​ໄມ​ໂລກ ຈຶ່ງ​ສະ​ເໜີ​ໃຫ້​ລັດ​ຖະ​ບານ​ປະ​ເທດ​ຕ່າງໆ​ຈົ່ງ​ໃຊ້​ມາດ​ຕະ​ການ​ຄວບ​ຄຸມ​ຢາ​ສູບ​ທີ່​ເຂັ້ມ​ງວດກວ່າ​ເກົ່າ​ ລວມ​ທັງ​ເກືອດ​ຫ້າມ​ການ​ຈຳ​ໜ່າຍ​ແລະ​ໂຄ​ສະ​ນາ​ຢາ​ສູບ ແລະ​ຊີ້​ເປັນ​ພິ​ເສດ​ວ່າ, ການ​ເພີ່ມ​ອາ​ກອນ​ຢາ​ສູບ ມີ​ຜົນ​ດີ​ຕໍ່​ການ​ສ້າງ​ຊ່ອງ​ຫວ່າງ​ງົບ​ປະ​ມານ​ທີ່​ຕ້ອງ​ການ​ເພື່ອ​ບັນ​ລຸວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ປີ 2030.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ