ນາ​ຍົກ​ຈີນ​ເດີນ​ທາງ​ຢ້ຽມ​ຢາມ​ເຢຍ​ລະ​ມັນ​ແລະ​ແບນ​ຊິກ
2017-05-31 16:21:06  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາງ ອັງ​ເຈີ​ລາ ເມີ​ແຄວ ນາ​ຍົ​ກ​ລັດ​ຖະ​ມົນ​ຕີ​ສາ​ທາ​ລະ​ນະ​ລັດ​ສະ​ຫະ​ພັນເຢຍ​ລະ​ມັນ ແລະ​ທ່ານ ຊາ​ເລັ​ສ ມີ​ແຊວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາ​ຊະ​ອາ​ນາ​ຈັກ​ແບ​ນ​ຊິກ ລວມ​ທັງ​ຂະ​ຫຍາຍ​ຜົນ​ຂອງການ​ປຶກ​ສາ​ຕົກ​ລົງ​ລະ​ຫວ່າງ​ຈີນ​ເອີ​ຣົບ, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ໄດ້​ເດີນ​ທາງ​ຈາກ​ນະ​ຄອນຫຼວງ​ປັກ​ກິ່ງ ເພື່ອ​ຢ້ຽມ​ຢາມ​ເຢຍ​ລະ​ມັນ​ຢ່າງ​ເປັນ​ທາງ​ການ ທັງ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເມີ​ແຄວ ປະ​ຈຳ​ປີ. ຈາກນັ້ນ ​ຈະ​ເດີນ​ທາງ​ໄປ​ບ​ຣຸກ​ແຊນ ເພື່ອ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ຈີນ-ສະ​ຫະ​ພາບ​ເອີ​ຣົບ​ຄັ້ງ​ທີ 19 ກັບ​ທ່ານ ໂດ​ນັນ ຕຸ​ສ​ກ໌ ປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ຣົບ ແລະ​ທ່ານ ຢັງ ຄ​ລາວ​ດ໌ ຢົງ​ເຄີ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​ຣົບ ແລະ​ຢ້ຽມ​ຢາມ​ແບນ​ຊິກ​ຢ່າງ​ເປັນ​ທາງ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ