ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊ​າ​ຊາດ​ເລັ່ງ​ທວງ​ໃຫ້​ທົ່ວ​ໂລກ​ປະ​ຕິ​ບັດ​ "ສັນ​ຍາ​ປາ​ຣີ"
2017-05-31 16:24:39  cri 
    ຕາມ​ຂ່າວ​ສາ​ນ​ຊິນ​ຮ​ວາ: ວັນ​ທີ 30 ພຶດ​ສະ​ພານີ້, ທ່ານ ອັນ​ໂຕ​ນີ​ໂອ ກູ​ເທີ​ເລັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ເລັ່ງ​ທວງ​ໃຫ້​ທົ່ວ​ໂລກ​ປະ​ຕິ​ບັດ "ສັນ​ຍາ​ປາ​ຣີ" ທັງ​ຮຽກ​ຮ້ອງ​ໃຫ້​ຜູ້​ນຳ​ບັນ​ດາ​ປະ​ເທດ, ວົງ​ການ​ການ​ຄ້າ ແລະ​ສັງ​ຄົມ​ປະ​ຊາ​ຊົນ ສຸມ​ທຸກຄວາມ​ພະ​ຍາ​ຍາມ​ໃນ​ເລື່ອງນີ້.

    ມື້​ດຽວ​ກັນ, ທ່ານ ກູ​ເທີ​ເລັ​ສ ໄດ້​ກ່າວ​ປາ​ໄສໃນ​ຫົວ​ຂໍ້ "ການ​ເຄື່ອນ​ໄຫວ​ດ້ານ​ດິນ​ຟ້າ​ອາ​ກາດ: ປຸກ​ລະ​ດົມ​ທົ່ວ​ໂລກ" ຢູ່​ສະ​ຖາ​ບັນ​ການ​ຄ້າ​ສະ​ເທີນ​ມະ​ຫາ​ວິ​ທະ​ຍາ​ໄລ​ນິວຢອກ ທັງ​ໄດ້​ຕອບ​ຄຳ​ຖາມ​ຂອງ​ຜູ້​ຟັງ ໂດຍ​ກ່າວ​ວ່າ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ບໍ່​ພຽງ​ແຕ່​ເປັນ​ການ​ຂົ່ມ​ຂູ່​ໂດຍ​ກົງ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຂະ​ຫຍາຍ​​ເປັນການ​ຂົ່ມ​ຂູ່ຫຼາຍ​ຢ່າງ​ລວມ​ທັງ​ຄວາມ​ທຸກ​ຍາກ, ການ​ບໍ່​ມີ​ບ່ອນ​ຢູ່​ອາ​ໄສ ຈົນ​​ໄປ​ເຖິງ​ການ​ປະ​ທະ​ກັນ​ນັ້ນ​ໃຫ້​ກວ້າງ​ອອກ ໂດຍ​ເຫັນ​ໄດ້​ຈາກ​ມີ 24 ລ້ານກວ່າ​ຄົນ​ໃນ 118 ປະ​ເທດ​ແລະ​ເຂດ​ແຄວ້ນ​ທົ່ວໂລກ​ພັດ​ພາກ​ຈາກ​ບ້ານ​ເກີດ​ເມືອງນອນ​ຍ້ອນ​ໄພ​ທຳ​ມະ​ຊາດ​ເມື່ອປີ​ຜ່ານ​ມາ.

    ຈາກນີ້, ທ່ານ ກູ​ເທີ​ເລັ​ສ ຈຶ່ງ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຂອງ​ບັນ​ດາ​ປະ​ເທດ, ວົງ​ການ​ການ​ຄ້າ ແລະ​ສັງ​ຄົມ​ປະ​ຊາ​ຊົນ ຈົ່ງ​ສະ​ໜັບ​ສະ​ໜູນ​ການ​ເຄື່ອນ​ໄຫວ​ດ້ານ​ດິນ​ຟ້າ​ອາ​ກາດ ເພື່ອ​ສ້າງ​ຄວາມ​ສຸກ​ໃຫ້​ຄົນ​ຮຸ້ນຫຼັງ. ຂະ​ນະ​ດຽວ​ກັນ, ກໍ​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຈີນ​ທີ່​ສຸມ​ໃສ່​ພັດ​ທະ​ນາ​ເສດ​ຖະ​ກິດ​ສີ​ຂຽວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ