ຕາມຂ່າວສານຊິນຮວາ: ວັນທີ 30 ພຶດສະພານີ້, ຍານດຳນ້ຳບັນທຸກຄົນ "ຈຽວລົງ" ຂອງຈີນ ໄດ້ສືບຕໍ່ດຳນ້ຳຢູ່ຮ່ອງໃຕ້ທະເລມາຣີອານາ ເຊິ່ງເປັນບ່ອນເລິກທີ່ສຸດຂອງໂລກ ໂດຍໄດ້ດຳເຖິງບ່ອນທີ່ເລິກທີ່ສຸດ 6699 ແມັດ ແລະໄດ້ເກັບຕົວຢ່າງຫີນ, ສິ່ງທີ່ມີຊີວິດ ແລະນ້ຳທະເລໃກ້ພື້ນ ທັງໄດ້ຖ່າຍວິດີໂອປາສິງສອງໂຕທີ່ລອຍຢູ່ພື້ນທະເລໃກ້ຈຸດສຳຫຼວດ. ປາສິງແມ່ນປາທີ່ມີຈຸດພິເສດອາໄສຢູ່ນ້ຳເລິກ ເຊິ່ງປົກກະຕິແລ້ວ ພວກມັນດຳລົງຊີວິດຢູ່ບ່ອນເລິກ 6000-8000 ແມັດ, ການຄົ້ນພົບພວກມັນ ມີຜົນດີຕໍ່ການຊອກຮູ້ແຫຼ່ງກຳເນີດ, ວິວັດທະນາການ ແລະກົນໄກສອດຄ່ອງກັບສິ່ງແວດລ້ອມຂອງປາປະເພດນ້ຳເລິກ.
ນີ້ແມ່ນຄັ້ງທີ 4 ທີ່ຍານດຳນ້ຳ "ຈຽວລົງ" ດຳຢູ່ຮ່ອງໃຕ້ທະເລມາຣີອານາໃນປີນີ້ ແລະກໍແມ່ນຄັ້ງທີ 4 ໃນຕອນເດີນເຮືອທີ 3 ຂອງການເດີນເຮືອໃນມະຫາສະໝຸດຈີນຄັ້ງທີ 38 ເຊິ່ງເລີ່ມດຳນ້ຳໃນເວລາ 7 ໂມງ 3 ນາທີຕາມເວລາທ້ອງຖິ່ນ ແລະໃຊ້ເວລາເຮັດວຽກຢູ່ພື້ນທະເລເຖິງ 3 ຊົ່ວໂມງ 10 ນາທີ.