ທ່ານຫຼີ​ເຄີ້​ສຽງ​ຢ້ຽມ​ຢາມ​ເຢຍ​ລະ​ມັນ​ຢ່າງ​ເປັນ​ທາງ​ການ
2017-06-01 11:06:06  cri 

ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາງ​ແອນ​ຈີ​ລາ ເມີ​ເກວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ, ທ່ານຫຼີ​ເຄີ້​ສຽງ ນາ​ຍົ​ກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເດີນ​ທາງ​ເຖິງ​ສະ​ໜ​າມ​ບິນ​ເຕ​ເກນນະ​ຄອນຫຼວງ​ແບັກ​ແລັງ ​ເລີ່ມ​ຢ້ຽມ​ຢາມ​ປະ​ເທດ​ນີ້​ຢ່າງ​ເປັນ​ທາງ​ການ ແລະທ່ານ​ຈະ​ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ປະ​ຈຳ​ປີ​ລະ​ຫວ່າງ​ສອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ-ເຢຍ​ລະ​ມັນ.

ໃນ​ໄລ​ຍະ​ຢ້ຽມ​ຢາມ, ທ່ານຫຼີ​ເຄີ້​ສຽງ​ຈະ​ຮ່ວມ​​ພົບ​ປະກັບ​ທ່ານ​ນາງ​ເມີ​ເກວຫຼາຍ​ຄັ້ງທັງ​ຈະ​ເຂົ້າ​ຮ່ວມເປັນ​ສັກ​ຂີ​ພິ​ຍານ​​ໃນພິ​ທີ​ລົງ​ນາມ​ສັນ​ຍາ​ຮ່ວມ​ມື​ສອງ​ຝ່າຍ, ​ຖະ​ແຫຼງ​ຂ່າວ​ຮ່​ວມ, ​ປາ​ຖະ​ກະ​ຖາ​ໃນ​ເວ​ທີ​ປຶກ​ສາ​ຫາ​ລື​ຈີນ-ເຢຍ​ລະ​ມັນ​ໃນ​ຫົວ​ຂໍ້ ຮ່ວມ​ກັນ​ປະ​ດິດ​ສ້າງ, ພົບ​ປະ​ແລກ​ປ່ຽນ​ຄວາມ​ເຫັນ​ກັບ​ບຸກ​ຄົນ​ວົງ​ການ​ເສດ​ຖະ​ກິດ​ຈີນ-ເຢຍ​ລະ​ມັນ​ແລະ​ອື່ນໆ. ນອກ​ນີ້, ທ່ານຫຼີ​ເຄີ້​ສຽງ​ຍັງ​ຈະ​ພົບ​ປະ​ກັບ​ທ່ານ​ສະ​ເຕ​ອິນ​ເມ​ເອີ ປະ​ທາ​ນາ​ທິ​ບໍ​ດີ​ເຢຍ​ລະ​ມັນອີກ​ດ້ວຍ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ