ຟິມ​ເອ​ກະ​ສານ​ຈີນ​ທີ່CRIແປ​ໄດ້ອອກ​ອາ​ກາດ​ຢູ່​ມຽນ​ມາ​ແລ້ວ
2017-06-01 11:13:22  cri 

ຟີມ​ເອກ​ກະ​ສານ​ເລື່ອງ "ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ" ​ແລະ "ສື​ມື​ຫັດ​ຖະ​ກຳ​ຈີນ"​ເຊິ່ງ ​ແປ​ແລະ​ຜະ​ລິດ​ໂດຍ​ສູນ​ແປ​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບ​ຈີນ​-ມຽນ​ມາຂອງວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນຫຼືCRIນັ້ນ​ໄດ້​ເລີ່ມ​ອອກ​ອາ​ກາດຢູ່ມຽນ​ມາ​ແລ້ວໃນ​ວັນ​ທີ 30 ພຶດ​ສະ​ພາ​​ຜ່ານ​ມາໂດຍ​ຈະ​ອອກ​ອາ​ກາດ​ໃນ​​ເວ​ລາ​ທີ່​ສຳ​ຄັນ​ຍາມ​ກາງຄືນ​​ທາງ​ຊ່ອງKnowledgeໂທ​ລະ​ພາບSky Net.

ເນື່ອງ​ຈາກ​ມຽນ​ມາ​​ຍັງ​ບໍ່​ທັນມີ​ຂະ​ແໜງ​ການ​ພາກ​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບ​ມື​ອາ​ຊີບ, ສູນ​ແປ​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບ​ຈີນ-ມຽນ​ມາCRI​​ຈຶ່ງໄດ້​ຈ້າງ​ຜູ້​ກຳ​ກັບ​ແລະ​ທີມ​ງານ​ມື​ອາ​ຊີບ​ຈາກ​ຈີນ​ເປັນ​ພິ​ເສດ​ໃຫ້​ເຂົ້າ​ຮ່ວມ​​ຖ່າຍ​ທຳ​ຟີ​ມ​ເອກ​ກະ​ສານ​ດັ່ງ​ກ່າວ​ແລະ​ເຊື່ອ​ວ່າ​ຟີມ​ເອ​ກະ​ສານ​ສອງ​ເລື່ອງ​ນີ້​ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ມຽນ​ມາ​ຮັບ​ຮູ້​ວັດ​ທະ​ນະ​ທຳ​ຈີນ​ໄດ້​ງ່າຍ​ແລະ​ດີກວ່າ​ເກົ່າ​ເພື່ອ​ລົງ​ເລິກ​ການ​ແລ​ກ​ປ່ຽນ​ວັດ​ທະ​ນະ​ທຳ​ສຳ​ລັບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ