ສະ​ຖາ​ປະ​ນິກ​ມາ​ເລ​ເຊຍ​ໄດ້​ຮັບ​ລາງວັນ​ສູງ​ສຸດ​ຂອງ​ຈີນ
2017-06-01 15:02:03  cri 
ພິ​ທີ​ມອບ​ລາງວັນ​ສະ​ຖາ​ປະ​ນິກ​ລຽງ​ຊື​ເສິງ ເຊິ່ງ​ເປັນ​ລາງວັນ​ສູງ​ສຸດ​ໃນ​ຂະ​ແໜງ​ການ​ສະ​ຖາ​ປະ​ນິກ​ຈີນ​ໄດ້​ຈັດ​ຂຶ້ນກ່ອນ​ໜ້າ​ນີ້​ບໍ່​ດົນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໂດຍ​ທ່ານ​ເຄັນ​ເນັດ​ຄິງ​ມູນ​ຢຽງ ສະ​ຖາ​ປະ​ນິກ​ມາ​ເລ​ເຊຍ​ເຊື້ອ​ສາຍ​ຈີນ​ໄດ້​ຮັບ​ລາງວັນ​ດັ່ງ​ກ່າວ.

ທ່ານ​ເຄັນ​ເນັດ​ຄິງ​ມູນ​ຢຽງ​ເປັນ​ສະ​ຖາ​ປະ​ນິກຊາວ​ຕ່າງ​ປະ​ເທດ​ຜູ້​ທຳ​ອິດ​ທີ່​ໄດ້​ຮັບ​ລາງວັນ​ດັ່ງ​ກ່າວ​ແລະຫຼັງໄດ້​ຮັບ​ລາງວັນ, ທ່ານບອກວ່າ: ລາງວັນ​ນີ້​ເປັນ​ການ​ຕອບ​ແທນ​ແລະ​ເປັນ​ການ​ຢືນ​ຢັນ​ເຖິງ​ຄວາມ​ພະ​ຍາ​ຍາມ​ຂອງ​ຂ້າ​ພະ​ເຈົ້າ​ໃນຫຼາຍ​ປີ​ມາ​ນີ້, ໃນ​ຖາ​ນະ​ເປັນ​ຄົນ​ເຊື້ອ​ສາຍ​ຈີນ​​ຮຸ່ນ​ທີ 3, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈຫຼາຍ​ທີ່​ໄດ້​ຮັບ​ການ​ຢືນ​ຢັນ​ຈາກວົງ​ການ​ສະ​ຖາ​ປະ​ນິກ​ຈີນ.

ທ່ານ​ເຄັນ​ເນັດ​ຄິງ​ມູນ​ຢຽງ ເກີດ​ຢູ່ເມືອງ​ປີ​ນັງປະ​ເທດ​ມາ​ເລ​ເຊຍ​ເມື່ອ​ປີ1948​ໂດຍ​ປູ່​ຂອງ​ທ່ານ​ມີພູມ​ລຳ​ເນົາ​ດັ້ງ​ເດີມຢູ່​ແຂວງກວາງ​ຕຸ້ງຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ