ຈີນ​ຮຽກ​ຮ້ອງໃຫ້​ອາ​ເມ​ລິ​ກາ​ແລະ ສ.ເກົາ​ຫຼີ ຢຸດ​ຕິ​ແລະ​ຍົກ​ເລີກ​ການຕິດ​ຕັ້ງ​ທັດ
2017-06-01 16:26:51  cri 
ໃນ​ການ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 31 ພຶດ​ສະ​ພາ​ຜ່ານ​ມາ, ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຮຽກ​ຮ້ອງ​ອີກ​ເທື່ອ​ໜຶ່ງ​ໃຫ້​ອາ​ເມ​ລິ​ກາ​ແລະ​ ສ.ເກົາ​ຫຼີ ຢຸດ​ຕິ​ແລະ​ຍົກ​ເລີກ​ການຕິດ​ຕັ້ງ​ລະ​ບົບ​ການ​ປ້ອງ​ກັນ​ລູກ​ສອນ​ໄຟ​ຫຼື​ທັດ.

ຂະ​ນະ​ທີ່ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ມູນ​ເຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາ​ຫຼີ ໄດ້​ຮັບ​ຟັງ​ການ​ລາຍ​ງານ​ກ່ຽວ​ກັບລະ​ບົບ​​ການ​ປ້ອງ​ກັນລູກ​ສອນ​ໄຟ​ຫຼື​ທັດ, ນອກ​ຈາກ​ການ​ຕິດ​ຕັ້ງ​ການຍິງ​ເຄື່ອນ​ທີ່​ຂອງ​ລະ​ບົບ​​ດັ່ງ​ກ່າວ 2 ຊຸດຢູ່​ລັດ​ຊິນ​ໂຈຂອງ​ສ.ເກົາ​ຫຼີ​ແລ້ວ, ​ຖານຍິງ​ອີກ 4 ​ຊຸດ​ກໍ​ໄດ້​ສົ່ງ​ມາຮອດ ສ.ເກົາ​ຫຼີ ແລ້ວ. ຈາກ​ນັ້ນ,ທ່ານ​ ມູນ​ເຈ​ອິນ ກໍກ່າວ​ດ້ວຍ​ຄວາມ​​ເດັດ​ຂາດ​ວ່າ​ຕ້ອງ​ສືບ​ສວນ​ເຫດ​ການ​ດັ່ງ​ກ່າວ​ຢ່າງ​ລະ​ອ​ຽດ.

ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢີງ ກ່າວ​​ເຖິງ​ເລື່ອງ​ນີ້ວ່າ: ອາ​ເມ​ລິ​ກາ​​ຕິດ​ຕັ້ງ​ລະ​ບົບ​ທັດຢູ່ ສ.ເກົາ​ຫຼີ ໄດ້​ທຳ​ລາຍ​ຄວາມ​ໝັ້ນ​ຄົງທາງ​ຍຸດ​ທະ​ສາດ​ຂອງ​ຈີນ​ຢ່າງ​ໜັກ​ໜ່ວງ ທັງທຳ​ລາຍ​ຄວາມ​​ສົມ​ດຸນທາງ​ຍຸດ​ທະ​ສາດ​ຂອງ​ພາກ​ພື້ນ ທີ່​ສຳ​ຄັນ​ມັນບໍ່​ເປັນ​ປະ​ໂຫຍດ​ຕໍ່​ການ​ບັນ​ລຸ​ເປົ້າ​ໝາຍ​ປອດ​ນິວ​ເຄ​ລຍ​​ໃນ​ແຫຼມ​ເກົາ​ຫຼີ​, ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ເຊິ່ງຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ ເລື່ອງ​ນີ້ ໂດຍ"ພວກ​ຂ້​າ​ພະ​ເຈົ້າ​ໄດ້​ຮຽກ​ຮ້ອງ​ອີກ​ເທື່ອ​ໜຶ່ງ​ໃຫ້​ອາ​ເມ​ລິ​ກາ​ແລະ ສ.ເກົາ​ຫຼີ ຈົ່ງ​ຢຸດ​ຕິ​ແລະ​ຍົກ​ເລີກ​ການ​ຕິດ​ຕັ້ງ​ລະ​ບົບ​ທັດ​ຢ່າງ​ເດັດ​ຂາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ