ລົງນາມໂຄງການລະດົມທຶນ ຊ່ວຍເຫລືອຖົງປຶ້ມ ແລະ ອຸປະກອນ ການຮຽນໃຫ້ນັກຮຽນປະຖົມ ແລະ ມັດທະຍົມ ທົ່ວປະເທດ
2017-06-01 16:19:35  cri 

 ຂປລ. ສະມາຄົມ​ສິລະ​ປິນລາວ, ຫໍສະ​ໝຸດ​ແຫ່ງ​ຊາດ, ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ, ກົມ​ມັດທະຍົມ​ສຶກສາ ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ແລະ ລັດ​ວິ​ສາ​ຫະກິດ​ຫັດຖະ​ກໍາ​ປະດິດ​ຈໍາປີ​ລາວ ​ໄດ້​ຮ່ວມ​ກັນ​ລົງ​ນາມ ​​​ສ້າງໂຄງການ​ລະດົມ​ທຶນ ຊ່ວຍ​ເຫລືອ​ຖົງ​ປຶ້ມ ​ແລະ ອຸປະກອນການ​ຮຽນໃຫ້​ນ້ອງ​ນັກຮຽນ​ປະຖົມ ​ແລະ ມັດທະຍົມ​ສຶກສາ​ ໃນ​ຂອບທົ່ວ​ປະ​ເທດ​​ ໄລຍະ 5 ປີ 2017-2022, ​​ຊຶ່ງ​ໂຄງການ​ດັ່ງກ່າວ​ ​ເນັ້ນ​ຊ່ວຍ​ເຫລືອ​ນ້ອງ​ນັກຮຽນ​ປະຖົມ ​ແລະ ມັດທະຍົມ​ສຶກສາ​ ທີ່ຢູ່​ເຂດ​ຫ່າງ​ໄກ​ສອກ​ຫລິກ.

        ທ່ານ ດວງ​ຈໍາປີ ສຸດທິ​ສັກ ຮອງ​ຫົວໜ້າ​ກົມ​ສິລະ​ປະການ​ສະ​ແດງ, ຮອງ​ຫົວໜ້າ​ຄະນະ​ບໍລິຫານ​ຫ້ອງການ​ ສະ​ມາ​ຄົມ​ສິລະ​ປິນ​ລາວ ​ກ່າວ​ວ່າ:ການຈັດ​ຕັ້ງ​ປະຕິບັດ​ໂຄງການ ​ລະດົມ​ທຶນ​ ຊ່ວຍ​ເຫລືອ​ຖົງ​ປຶ້ມຮຽນ ​ແລະ ອຸປະກອນ​ການ​ຮຽນ​ ໃຫ້​ນ້ອງ​ນັກຮຽນ​ຊັ້ນປະຖົມ ​ແລະ ມັດທະຍົມ​ທົ່ວ​ປະ​ເທດ. ​ຈຸດປະສົງ​ ແມ່ນ​ເພື່ອ​ສ້າງ​ກອງ​ທຶນ ​ໃຫ້​ແກ່​ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ໃນ​ການສົ່ງ​ເສີມ​ການ​ສຶກສາ​ ໃນ​ໂຮງຮຽນ​ປະຖົມ ​ແລະ ມັດທະຍົມ, ສ້າງ​ກອງ​ທຶນ​ໃຫ້​​ແກ່​ຫໍສະໝຸດ​ແຫ່ງ​ຊາດ ​ເ​ພື່ອນໍາ​ເອົາ​ປຶ້ມ​ອ່ານ ໄປ​ຊ່ວຍ​ເຫລືອ​ຫໍສະໝຸດ​ ຢູ່​ໂຮງຮຽນ​ເພື່ອ​ສົ່ງ​ເສີມ​ການ​ອ່ານ, ສ້າງ​ກອງ​ທຶນ​ໃຫ້​ແກ່​ສະມາຄົມ​ສິລະ​ປິນລາວ. ກົມ​ສິລະ​ປະການ​ສະ​ແດງ ​ເພື່ອ​ພັດທະນາ​ບຸກຄະລາ​ກອນ ​ແລະ ວຽກ​ງານ​ການ​ສົ່ງ​ເສີມ​ວັດທະນະ​ທໍາ​ ຄຽງ​ຄູ່​ກັບ​ວຽກ​ງານ​ສຶກສາ ​ເຊິ່ງ​ໂຄງການ​ຊ່ວຍ​ເຫລືອດັ່ງ​ກ່າວ​​, ໃນ​​ໄລຍະ​ຈັດ​ຕັ້ງ​ປະຕິບັດ ​ຈະ​ຊ່ວຍ​ເຫລືອ​ໃນ 2 ​ເມືອງ ​ຄື: ​ເມືອງ​ສັງ​ທອງ ​ແລະ ​ເມືອງ​ປາກ​ງື່ມ ນະຄອນຫລວງ​ວຽງ​ຈັນ, ​ຫລັງ​ຈາກ​ນັ້ນ​ໂຄງການ​ຈະ​ລົງ​ຊຸກ​ຍູ້​ຊ່ວຍ​ເຫລືອ​ ໂຮງ​ຮຽນ​ທີ່​ທຸກ​ຍາກ​ຫ່າງ​ໄກ​ສອກຫລີກ​ ເປັນ​ໂຮງຮຽນ​ທີ່​ນອນ​ຢູ່​ໃນ​ບູລິ​ມະ​ສິດ ​ຂອງ​ລັດຖະບານ​ໃນ 49 ຕົວ​ເມືອງ​ເຊິ່ງຄາດ​ວ່າ​ ຈະ​ມີ​ນັກຮຽນ​ປະມານ 1 ລ້ານ​ກວ່າ​ຄົນ​ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ໂຄງການ​ດັ່ງກ່າວ.



ພິທີ​ລົງ​ນາມລົງ​ນາມ​ ໂຄງການ​ລະດົມ​ທຶນ ຊ່ວຍ​ເຫລືອ​ຖົງ​ປຶ້ມ ​ແລະ ອຸປະກອນ​ການ​ຮຽນ ​ໃຫ້​ນ້ອງ​ນັກຮຽນ​ປະຖົມ ​ແລະ ມັດທະຍົມ​ທົ່ວ​ປະ​ເທດ​ໄດ້​ຈັດ​ຂຶ້ນ​ ໃນ​ວັນ​ທີ 31 ພຶດ​ສະພາ 2017 ຢູ່​ຫໍ​ວັດທະນະ​ທໍາ​ແຫ່ງ​ຊາດ​, ໂດຍ​ມີ​ ທ່ານ ນາງ ສີ​ສຸກ ວົງ​ວິຈິດ ຫົວໜ້າ​ກົມ​ມັດທະຍົມ​ສຶກສາ ກະຊວງສຶກສາ​ທິການ ​ແລະ ກິລາ, ທ່ານ ດວງ​ຈໍາປີ ສຸດທິ​ສັກ ຮອງ​ຫົວໜ້າ​ກົມ​ສິລະ​ປະການ​ສະ​ແດງ, ຮອງ​ຫົວໜ້າ​ຄະນະ​ບໍລິຫານ​ຫ້ອງການ ​ສະ​ມາ​ຄົມ​ສິລະ​ປິນລາວ,ທ່ານ ນາງ ຂັນ​ທະ​ມາລີ ຍັງ​ນຸວົງ ຜູ້​ອໍານວຍ​ການ​ຫໍສະໝຸດ​ແຫ່ງ​ຊາດ ​ແລະ ທ່ານ ​ໄພລັດ ຈະ​ເລີ​ນທັງ​ສົມບັດ ຜູ້​ອໍານວຍ​ການ​ລັດ​ວິ​ສາ​ຫະກິດ​ ຫັດຖະ​ກໍາ​ປະດິດ​ຈໍາປີ​ລາວ, ​ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ​ ຂອງ​ທ່ານ ບົວ​ເງິນ ຊາ​ພູ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ, ວັດ ທະນະ​ທໍາ ​ແລະ ທ່ອງ​ທ່ຽວ, ພ້ອມ​ດ້ວຍພາກສ່ວນ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ