ບໍ​ລິ​ສັດ​ນ້ຳ​ມັນ​ເຊື້ອ​ໄຟ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ຮ່ວມ​ມື​ກັບ​ບໍ​ລິ​ສັດ​ຈີນ​​ກັ່ນ​ນ້ຳ​ມັນ​​ດິບ
2017-06-01 11:00:07  cri 
ໜັ​ງ​ສື​ພິມ "Guo Ji Ri Bao" ຂອງ​ອິນ​ໂດ​ເນ​ເຊຍ​ລາຍ​ງານ​ວ່າ, ທ່ານ​ແດນ​ນິວ ຫົວ​ໜ້າ​ພະ​ແນກ​ການ​ຕະ​ຫຼາດ​ບໍ​ລິ​ສັດ​ນ້ຳ​ມັນ​ເຊື້ອ​ໄຟ​ຕາ​ມີ​ນາ​ເໜືອ ບໍ​ລິ​ສັດ​ນ້ຳ​ມັນ​ເຊື້ອ​ໄຟ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ເປີດ​ເຜີຍ​ເມື່ອ​ມໍ່ໆ​ມາ​ນີ້​ວ່າ, ບໍ​ລິ​ສັດ​ຕົນ​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ວ່າ​ດ້ວຍ​ການ​ກັ່ນ​ນ້ຳ​ມັນ​ດິບ​ກັບ​ບໍ​ລິ​ສັດ UNIPEC ຂອງ​ຈີນ ແລະ​ສັນ​ຍາ​ຈະ​ເລີ່ມ​ມີ​ຜົນ​ບັງ​ຄັບ​ໃຊ້​ນັບ​ແຕ່​ເດືອນ​ກໍ​ລະ​ກົດ​ປີ​ນີ້​ເປັນ​ຕົ້ນ​ໄປ.

ເຈົ້າ​ໜ້າ​ທີ່ບໍ​ລິ​ສັດ​ນ້ຳ​ມັນ​ເຊື້ອ​ໄຟ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ ຈະ​ມອບ​ນ້ຳ​ມັນ​ດິບ​​ທີ່​ຜ​ະ​ລິດ​ຈາກ​ບໍ່​ນ້ຳ​ມັນບາ​ສ​ຣາ​ປະ​ເທດ​ອີ​ຣັກ​​ໃຫ້​ບໍ​ລິ​ສັດ ​UNIPEC ​ດຳ​ເນີນ​ການກັ່ນ ເຊິ່ງ​ຈະ​ກັ່ນ​​​ນ້ຳ​ມັນ​ແອັດ​ຊັງ​​ທຳ​ມະ​ດາເດືອນ​ລະ 1 ລ້ານ​ບາ​ເຣນແລ້ວ​ສົ່ງ​ໄປ​ອິນ​ໂດ​ເນ​ເຊຍ. ​ກ່ອນ​ໜ້າ​ນີ້, ບໍ​ລິ​ສັດ​ຕົນ​ກຽມ​ຈະ​ຮ່ວມ​ມື​ກັບ​ບໍ​ລິ​ສັດ​ສິງ​ກະ​ໂປ, ແຕ່​​ເນື່ອງ​ຈາກ​ເຕັກ​ນິກ​ການກັ່ນ​​ນ້ຳ​ມັນ​ຂອງ​ບໍ​ລິ​ສັດ​ຈີນ​ດີກວ່າ ແລະ​ມີ​ລາ​ຄາ​ຖືກກວ່າ ຈິ່ງ​ເລືອກ​ເອົາ​ບໍ​ລິ​ສັດ UNIPEC ເປັນ​ຄູ່​ຮ່ວມ​ມື.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ