​ປີ 2016 ບໍ​ລິ​ສັດ CNPC ລະ​ບາຍ​ມົນ​ລະ​ພິດ ໄດ້​ຕາມ​ມາດ​ຕະ​ຖານ 97,5%
2017-06-01 16:30:07  cri 
ຕາມ​ຂ່າວ​ສານ​ຈີນ: ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັ​ສ​ທຳ​ມະ​ຊາດ​ຈີນ ຫຼື CNPC ໄດ້​ເປີດ​ເຜີຍ "ບົດ​ລາຍ​ງານ​​ການອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ປີ 2016" ໂດຍ​ສະ​ເພາະຄວາມ​ຄືບ​ໜ້າ​ໃນ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຂອງ​ບໍ​ລິ​ສັດແລະ​ຜົນ​ສຳ​ເລັດ​ໃນ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ສີ​ຂຽວ.

ບົດ​ລາຍ​ງານ​ຊີ້​ໃຫ້​ເຫັນ​ວ່າ, ​ປີ​ຜ່ານ​ມາ ​ມົນ​ລະ​ພິດ 4 ​ປະ​ເພດລ້ວນ​ແຕ່​ມີ​ທ່ວງ​ທ່າຫຼຸດ​ລົງ, ໃນ​ນັ້ນ ຊຸນ​ເຟີ​ດິ​ອອກ​ຊິດ​ແລະນິ​ຕ​ຣົ​ກເກນ​ອອກ​ຊິດ​ໄດ້ຫຼຸດ​ລົງຫຼາຍກວ່າ 10%. ​ຈາກ​ນີ້​ຈິ່ງ​ເຮັດ​ໃຫ້ການ​ລະ​ບາຍ​ມົນ​ລະ​ພິດ​ຂອງ​ບໍ​ລິ​ສັດ CNPC ໄດ້​ຕາມ​ມາດ​ຕະ​ຖານ 97,5% ເຊິ່ງສູງກວ່າ​ປີ 2014 ເຖິງ 13,5% ແລະ​ສູງກວ່າ​ມາດ​ຕະ​ຖານ​ຂອງ​ຈີນເຖິງ 75%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ