ວັດເສົາ​ດຽວ
2017-06-01 16:39:46  cri 

ວັດ​ກ່ານ​ລູ້​ແຢນ​ຕັ້ງ​ຢູ່​ແຄມ​ຝັ່ງ​ຕາ​ເວັນ​ຕົກ​ໜອງ​ຄຳ ​ແລະ​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ເມືອງ​ທາຍ​ໜິງ​ແຂວງ​ຝູ​ຈ້ຽນ​ປະ​ເທດ​ຈີນ. ວັດ​ນີ້​ສ້າງ​ຂຶ້ນ​ໃນ​ ​ປີ ຄ.ສ.1146 ໃນ​ລາ​ຊະ​ວົງ​ຊົ້ງ​ ແລະ​ມີ​ປະ​ຫວັດ​ຄວາມ​ເປັນ​ມາ 850 ກວ່າ​ປີ​ແລ້ວ ເຊິ່ງ​ສ້າງ​ຢູ່​ໃນ​ຖ້ຳ​ທີ່​ສູງ 80 ກວ່າ​ແມັດ ແລະ​ເບື້ອງເທິງ​ຂອງ​ຖ້ຳກວ້າງ 30 ກວ່າ​ແມັດ ແລະ​​ພື້ນ​ຖ້ຳກວ້າງ​ 10 ກວ່າ​ແມັດ, ​ຈຸດ​ພິ​ເສດ​ຂອງວັດ​ນີ້​ຄື​ເປັນ​ວັດ​ເສົາ​ດຽວ ແລະ​ມີສາ​ລາ 4 ຫຼັງ​​ຕັ້ງ​ຢູ່​ເທິງ​​ເສົາ, ຂະ​ນະ​ດຽວ​ກັນ​ກໍບໍ່​ໄດ້​ໃຊ້​ດິນ​ຂໍ, ​ແຕ່​ທຸກສາ​ລາ​​ລ້ວນ​ແຕ່​ເຮັດ​ດ້ວຍ​ໄມ້ ແລະບໍ່​ໄດ້​ໃຊ້​ເຫຼັກ​ຕະ​ປູ​ຕອກ ເຊິ່ງ​ນັບ​ວ່າ​ເປັນ​ໂຄງ​ສ້າງ​ສິ່ງ​ກໍ່​ສ້າງ​ທີ່​ໂດດ​ເດັ່ນ​ໃນ​ປະ​ຫວັດ​ສາດ​ຂອງ​ການ​ກໍ່​ສ້າງ​ຂອງ​ຈີນ ແລະກາຍ​ເປັນ​ວັດ​ມີ​ຊື່​ສຽງ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ