ຈີ​ນ​ຍິນ​ດີ​ເພີ່ມ​ການ​ຮ່ວມ​ມື​ກັບ​ຟີ​ລິບ​ປິນ​ເພື່ອ​ປາບ​ປາມ​ຂະ​ບວນການ​ຄ້າ​ຢາ​ເສບ​ຕິດ
2017-06-01 17:01:45  cri 
ຕາມ​ຂ່າວ​ສານ​ຈີນ: ມີ​ນັກ​ຂ່າວ​ຖາມ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 31 ພຶດ​ສະ​ພາ​ຜ່ານ​ມາ​ນີ້​ວ່າ, ຈີນ​ແລະ​ຟີ​ລິບ​ປິນ​ໄດ້​ຮ່ວມ​ກັນ​ທຳ​ລາຍ​ກຸ່ມ​ຄ້າ​ຢາ​ອີ​ຂ້າມ​ຊາຍ​ແດນ ​ໂດຍ​ສາ​ມາດ​ຍຶດ​ຢາ​ອີ​ໄດ້ 605 ກິ​ໂລ, ຂໍ​ໃຫ້​ທ່ານ​ໃຫ້​ຮູ້​ລາຍ​ລະ​ອຽດ​​ໃນການ​ປາບ​ປາມເທື່ອ​ນີ້ ​ລວມ​ທັງ​ຄວາມ​ຄືບ​ໜ້າ​ໃນ​ການ​ຮ່ວມ​ມື​ປາບ​ປາມ​ຢາ​ເສບ​ຕິດ​ລະ​ຫວ່າງ​ຈີນ​ກັບ​ຟີ​ລິບ​ປິນ.

ທ່ານ​ນາງຮ​ວາ​ຊຸນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຕອບ​ວ່າ, ຢາ​ເສບ​ຕິດ​ເປັນ​ສັດ​ຕູ​ຂອງມວນ​ມະ​ນຸດ ແລະ​ການ​ປາບ​ປາມ​ຂະ​ບວນການ​ຄ້າ​ຢາ​ເສບ​ຕິດ​ກໍ​ເປັນ​ໜ້າ​ທີ່​ລວມຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ. ໃນ​ຂະ​ບວນ​ການ​ປາບ​ປາມດັ່ງ​ກ່າວ, ເຈົ້າ​ໜ້າ​ທີ່​ສອງ​ປະ​ເທດ​ໄດ້​ຮ່ວມ​ມື​ກັນຢ່າງ​ແໜ້ນ​ແຟ້ນ ແລະ​ໄດ້​ຮັບ​ໝາກ​ຜົນ​ສຳ​ຄັນ​ໃນ​ການ​ປາບ​ປາມ​ຢາ​ເສບ​ຕິດ. ລັດ​ຖະ​ບານ​ຈີນ​ໄດ້​ສະ​ໜັບ​ສະໜູນ​ການ​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ດູ​ເຕີ​ເຕ​ແລະ​ລັດ​ຖະ​ບານ​ຟີ​ລິບ​ປິນ ທັງຍິນ​ດີ​ສືບ​ຕໍ່​ເພີ່ມ​ການ​ຮ່ວມ​ມື​ກັບ​ຟີ​ລິບ​ປິນ​ໃນ​ການ​ປາບ​ປາມ​ເຄືອ​ຂ່າຍ​ຢາ​ເສບ​ຕິດ ເພື່ອ​ເຮັດ​ໃຫ້ປະ​ຊາ​ຊົນ​ສອງ​ຊາດ​ກໍ​ຄື​ຂອງ​ພາກ​ພື້ນໄດ້​ດຳ​ລົງ​ຊີ​ວິດ​ດ້ວຍ​ຄວາມ​ສະ​ຫງົບ​ປອດ​ໄພ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ