ເກີດ​ເຫດ​ລະ​ເບີດ​ຢູ່​ອັ​ຟ​ກາ​ນິ​ສ​ະ​ຖານ ເຮັດ​ໃຫ້ 80 ຄົນ​ເສຍ​ຊີ​ວິດ
2017-06-01 16:15:35  cri 

    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ກະ​ຊວງ​ພາຍ​ໃນ​ອັ​ຟ​ກາ​ນິສະ​ຖານ​ແຈ້ງວ່າ, ເຫດ​ ​ລະ​ເບີດ​ຮ້າຍ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ກາ​ບູນ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 31 ພຶດ​ສະ​ພາ​ຜ່ານ​ມາ ໄດ້​ເຮັດ​ໃຫ້ 80 ຄົນ​ເສຍ​ຊີ​ວິດ ແລະ 350 ຄົນ​ບາດ​ເຈັບ.

    ເຫດ​​ດັ່ງ​ກ່າວ​ເກີດ​ຂຶ້ນ​ຢູ່​ເມືອງວາ​ຈີວ​ອັກ​ບາ​ຮານ ເຊິ່ງ​ເປັນ​ເມືອງ​ທີ່ມີ​ອົງ​ການ​ຈັດ​ຕັ້​ງ​ສາ​ກົນ, ສະ​ຖານ​ທູດ​ ແລະສຳ​ນັກ​ງານລັດ​ຖະ​ບານ​ອັ​ຟ​ກາ​ນິສະ​ຖານຫຼາຍ​ແຫ່ງ. ​ຂະ​ນະ​ທີ່ຜູ້​ເຫັນ​ເຫດ​ການ​ເວົ້າ​ວ່າ, ລູກ​ລະ​ເບີດ​ໄດ້​ວາງ​ໄວ້​ຢູ່​ລົດ​​ນ້ຳ​ຄັນ​ໜຶ່ງ;ໂດຍ​ແຮງລະ​ເບີດ​ໄດ້​​ເຮັດ​ໃຫ້ລົດ​ຫຼາຍ​ຄັນ​ແລະ​ສິ່ງກໍ່​ສ້າງຫຼາຍ​ແຫ່ງຖືກ​ທຳ​ລາຍ​ເສຍ​ຫາຍ.

    ອົງ​ການ​ຈັດ​ຕັ້ງ​ຂອງ​ຈີນ​ປະ​ຈຳ​ອັ​ຟ​ກາ​ນິສະ​ຖານ ເປັນ​ຕົ້ນ​ສຳ​ນັກ​ຂ່າວ​ສານ​ຊິນ​ຮ​ວາ​ສາ​ຂາ​ກາ​ບຸນ​ເປັນ​ຕົ້ນ ກໍ​ຖືກ​ຜົນ​​ກະ​ທົບເຊັ່ນ​ກັນ ໂດຍ​ປ່ອງ​ຢ້ຽມ, ປະ​ຕູ ແລະ​ຝາ​ເຮືອນ​ຈຳ​ນວນ​ໜຶ່ງ​ຖືກ​ທຳ​ລາຍ, ​ແວ່ນປ່ອງ​ຢ້ຽມ​ສ່ວນ​ໜຶ່ງ​ແຕກ.
ມື້​​ເກີດ​ແມ່ນມື້​ທີ 5 ຂອງ​ເດືອນສິນ​ອົດ​ ແລະ​ເຫດລະ​ເບີດ​ຄັ້ງ​ນີ້​ເປັນ​ຄັ້ງ​ທຳ​ອິດ​ຢູ່​ນະ​ຄອນຫຼວງ​ກາ​ບູນ​ນັບ​ແຕ່​ກ້າວ​ເຂົ້າ​ສູ່​ເດືອນ​ຖື​ສິນ​ອົດ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ