ໜີ້​ສິນ​ສາ​ທາ​ລະ​ນະ​ຂອງ​ໄທ​ເພີ່ມ​ຂຶ້ນ​ເປັນ 6260 ຕື້​ບາດ
2017-06-01 16:19:10  cri 
    ຕາມ​ຂ່າວ​ສານ​ຈີນ: ຫ້ອງ​ການ​ຄຸ້ມ​ຄອງ​ໜີ້​ສິນ​ສາ​ທາ​ລະ​ນະ​ຂອງ​ໄທ ເປີດ​ເຜີຍ​ຂໍ້​ມູນຫຼ້າ​ສຸດ​ວ່າ, ມາ​ຮອດ​ທ້າຍ​ເດືອນ​ເມ​ສາ​ຜ່ານ​ມາ, ລວມຍອດ​ໜີ້​ສິນ​ສາ​ທາ​ລະ​ນະ​ຂອງ​ປະ​ເທດ​ຕົນ ມີ​ເຖິງ 6260 ຕື້​ບາດ ກວມ 42,64% ຂອງ​ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນຫຼື GDP.

    ຍອດໜີ້​ສິນ​ສາ​ທາ​ລະ​ນະ​​ດັ່ງ​ກ່າວ​ເປັນ​ສ່ວນຂອງ​ລັດ​ຖະ​ບານ​ມີ​ປະ​ມານ 4820 ຕື້​ບາດ, ທີ່​ເຫຼືອນັ້ນ ແມ່ນ​ໜີ້​ສິນ​ຂອງ​ລັດ​ວິ​ສາ​ຫະ​ກິດ, ​ສະ​ຖາ​ບັນ​ການ​ເງິນ​ຂອງ​ລັດ​ທີ່​ລັດ​ຖະ​ບານ​ຮັບ​ປະ​ກັນ ແລະ​ອົງ​ການ​ລັດ​ຖະ​ບານ.
ທັງ​ນີ້ ເມື່ອ​ທຽບ​ໃສ່​ເດືອນມີ​ນາ​ຜ່ານ​ມາ​ແລ້ວ, ໜີ້​ສິນ​ສາ​ທາ​ລະ​ນະ​ ໄດ້​ເພີ່ມ​ຂຶ້ນ 101 ຕື້ 370 ລ້ານ​ບາດ.

    ນັກ​ວິ​ເຄາະ​ເຫັນ​ວ່າ, ລັດ​ຖະ​ບານ​ໄທ​ນຳ​ໃຊ້​ຂຸມ​ການ​ເງິນ​ມາ​ກະ​ຕຸກ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢ່າງວ່ອງ​ໄວ ເພື່ອຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກການ​ປັ່ນ​ປ່ວນຂອງ​ເສດ​ຖະ​ກິດ​ພາຍນອກ. ແນ​ວ​ໃດ​ກໍ​ດີ, ໄປ​ພ້ອມ​ກັບ​ການ​ລົງ​ທຶນ​ຂອງ​ລັດ​ຖະ​ບານ​ທີ່ນັບ​ມື້​ນັບ​​ເປັນ​ຮູບ​ປະ​ທຳ ແລະ​ເກີດ​ປະ​ສິດ​ທິ​ຜົນ​ທາງ​ເສດ​ຖະ​ກິດ​ຢ່າງ​ຕໍ່​ເນື່ອງນັ້ນ ຈະ​ເຮັດ​ໃຫ້ລາຍ​ໄດ້​ງົບ​ປະ​ມານ​ເພີ່ມ​ຂຶ້ນ ແລະ​ເມື່ອ​ຮອດ​ເວ​ລານັ້ນ, ສະ​ພາບ​ລາຍ​ຮັບ​ລາຍ​ຈ່າຍ​ຂອງ​ໄທ​ກໍຈະ​ດີ​ຂຶ້ນກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ