ອັດ​ຕາ​ປົກ​ຄຸມ​ຕົ້ນ​ໄມ້​ຢູ່​ເຂດ​ຊິ່ນ​ຈ່ຽງ​ກວມກວ່າ 23%
2017-06-01 16:48:29  cri 
    ຕາມ​ຂ່າ​ວ​ສານ​ຊິນ​ຮ​ວາ: ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນ ໄດ້​ເຜີຍ​ແຜ່​ປຶ້ມ​ປົກ​ຂາວ​ "​ຄວາມ​ກ້າວ​ໜ້າ​ຂອງວຽກ​ງານ​ສິດ​ທິ​ມະ​ນຸດ​ເຂດ​ຊິ່ນ​ຈ່ຽງ" ໃນ​ວັນ​ທີ 1 ມິ​ຖຸ​ນານີ້ ໂດຍ​ຊີ້​ໃຫ້​ເຫັນ​ວ່າ, ມາ​ຮອດ​ທ້າຍ​ປີ​ຜ່ານ​ມາ, ອັດ​ຕາ​ປົກ​ຄຸມ​ຕົ້ນ​ໄປ​​ຢູ່​ເຂດ​ຊິ່ນ​ຈ່ຽງ ໄດ້​ກວມ​ເຖິງ 23,5%, ໃນ​ນັ້ນ ອັດ​ຕາ​ການ​ປົກ​ຄຸມ​ທົ່ງ​ຫຍ້າ​ໂດຍ​ລວມ ກວມເຖິງ 41,3% ​ເຊິ່ງ​ສາ​ມາດ​ປົກ​ປັກ​ຮັກ​ສາ​ດິນ​ນາ​ສວນ​ໄດ້​ເຖິງ 95%.

    ໃນ​ຂະ​ນະ​ທີ່​ການຊຸກ​ຍູ້​ການ​ສ້າງສະ​ພາບ​ແວດ​ລ້ອມ​ການ​ເປັນ​ຢູ່​ໃນ​ຕົວ​ເມືອງ​ຂອງ​ເຂດ​ຊິ່ນ​ຈ່ຽງ ໄດ້​ປັບ​ປຸງ​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ​ປຶ້ມ​ປົກ​ຂາວ​ດັ່ງ​ກ່າວຍັງ​ລະ​ບຸ​ຕື່ມວ່າ, ມາ​ຮອດ​ທ້າຍ​ປີ 2015, ອັດ​ຕາ​ປົກ​ຄຸມ​ຕົ້ນ​ໄມ້​​ໃນ​ຕົວ​ເມືອງ ໄດ້​ກວມເຖິງ 37,47% ແລະ​ສະ​ເລ່ຍ ເນື້ອ​ທີ່​ຕົ້ນ​ໄມ້ໃສ່​ພົນ​ລະ​ເມືອງ​ຜູ້​ໜຶ່ງກວມ​ເຖິງ 11,5 ຕາ​ແມັດ, 20 ເມືອງມີ​ສວນ​ລະ​ດັບ​ຊາດ​ແລະ​ລະ​ດັບ​ເຂດ​ປົກ​ຄອງ​ຕົນ​ເອງ, 44 ເມືອງ​ນ້ອຍມີສວນ​ລະ​ດັບຊາດ​ແລະ​ເຂດ​ປົກ​ຄອງ​ຕົນ​ເອງ ທັງ​ມີ​ສວນ​ສາ​ທາ​ລະ​ນະ​ດິນ​ທາມ​ໃນ​ເມືອງ​ລະ​ດັບ​ຊາດ 1 ແຫ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ