ປະ​ທານ​ປະ​ເທດ​ຈີນ​ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄວາມ​ເຫັນ​ໃຈ​ເຖິງ​ປະ​ທາ​ນາ​ທິ​ບໍ​ດີ​ອັ​ຟ​ກາ​ນິ​ສະ​ຖານ
2017-06-02 16:00:59  cri 
ວັນ​ທີ 1 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ໂທ​ລະ​ເລກ​​ເຖິງ​ທ່ານ​ໂມ​ຮາ​ເມັດ​ອາ​ສ​ລັ​ຟ​ກາ​ນີ ປະ​ທາ​ນາ​ທິ​ບໍ​ດີ​ອັ​ຟ​ກາ​ນິ​ສະ​ຖານ​ເພື່ອ​ສະ​ແດງ​ຄວາມ​ເຫັນ​ໃຈ​ຫຼັງ​ເກີດເຫດ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ລົດ ​ຢູ່​ນະ​ຄອນຫຼວງ​ກາ​ບູນ​ປະ​ເທດ​ດັ່ງ​ກ່າວ ​ເນື້ອ​ໃນ​ໂທ​ລະ​ເລກ​ຂຽນ​ວ່າ: ຕົກ​ໃຈ​ເມື່ອ​ໄດ້​ຍິນ​ຂ່າວ​ເກີດ​ເຫດ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ລົດ​ຢ່າງຮ້າຍ​ແຮງ​ຢູ່​ນະ​ຄອນ​ຫຼວງ​ກາ​ບູນ​ເຊິ່ງເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ​ແລະ​ບາດ​ເຈັບ​ຢ່າງຫຼວງຫຼາຍ. ຂ້າ​ພະ​ເຈົ້າ​ຂໍ​ຕາງ​ໜ້າ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ແລະ​ໃນ​ນາມ​ສ່ວນ​ຕົວ​ສະ​ແດງ​ຄວາມ​ໄວ້​ອາ​ໄລ​ຢ່າງ​ສຸດ​ຊຶ້ງ​ຕໍ່​ຜູ້​ເສຍ​ຊີ​ວິດ​ແລະ​ສະ​ແດງ​ຄວາມ​ເຫັນ​ໃຈ​ດ້ວຍ​ຄວາມ​ຈິງ​ໃຈ​ຕໍ່​ຜູ້​ບາດ​ເຈັບ​ພ້ອມ​ຄອບ​ຄົວ​ຜູ້​ເສຍ​ຊີ​ວິດ.

​ເນື້ອ​ໃນ​ໂທ​ລະ​ເລກ​ຍັງ​ເນັ້ນ​ວ່າ: ຈີນ​ຄັດ​ຄ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ທຸກ​ຮູບ​ແບບ​ແລະ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດ​ການ​ນີ້ທັງ​ຍິນ​ດີ​ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ອັ​ຟ​ກາ​ນິ​ສະ​ຖານ​​ໃນ​ການປ້ອງ​ກັນ​ແລະ​ປາບ​ປາມ​​ລັດ​ທິ​ກໍ່​ການ​ຮ້າຍ​ເພື່ອປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ປະ​ເທດ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ