ບ້ານ​ທຸກ​ຍາກຢູ່​ອິນ​ໂດ​ເນ​ເຊຍ​​ດັງ​ທັນ​ທີຫຼັງ​ໂພ​ສ​ລົງ​ສູ່​ສັງ​ຄົມ​ອ໋ອນ​ລາຍ
2017-06-02 16:55:06  cri 

ບ້ານ Kampung Pelangi ​ເຊິ່ງເປັນ​ບ້ານ​ທຸກ​ຍາກ​ແຫ່ງ​ໜຶ່ງ​ຂອງ​ເມືອງ​ລານ​ຊາ​ລີ​ແຂວງ​ຊາ​ວາ​ປະ​ເທດ​ອິນ​ໂດ​ເນ​ເຊຍ, ​ໂດຍ​ກາຍ​ມາ​ໂດ່ງ​ດັງ​ໂດດ​ເດັ່ນ​ທັນ​ທີຫຼັງ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ແລະ​ຊາວ​ບ້ານ​ໄດ້​ຮ່ວມ​ກັນ​​ທາ​ສີເຮືອນ 232 ຫຼັງ​​ບໍ່​ວ່າ​ຈະ​ເປັ​ນ​ຂັ້ນ​ໄດ,ຝາ,ຫຼັງ​ຄາ…ໃນ​ທົ່ວບ້ານ​​ຈົນ​ກາຍ​ເປັນ ​ບ້ານດັ່ງສາຍ​ຮຸ້ງ​ທີ່​ສະ​ກົດ​ຕາ​ສະ​ກົດ​ໃຈ​ຜູ້​ພົບ​ເຫັນໃນ​ສື່​ສັງ​ຄົມ​ອ໋ອນ​ລາຍ. ​ຈາກ​ນີ້ຊາວ​ບ້ານ​ຈິ່ງ​ກຳ​ໂອ​ກາດ​ທີ່​ຫາ​ຍາກ​ແບບ​ນີ້​ຢ່າງ​ເຕັມ​ທີ່​ຂາຍ​ຜະ​ລິດ​ຕະ​ພັນ​​ທີ່​ເປັນເອ​ກະ​ລັກ​ ຂອງ​ບ້ານ​ໃຫ້​ນັກ​ທ່ອງ​ທ່ຽວ​ທີ່​ເດີນ​ທາງມາ​ທ່ຽວ​ຊົມ​ບ້ານ​ຂອງ​ຕົນ​ສ້າງ​ລາຍ​ຮັບ​ໄດ້​ເປັນ​ກອບ​ເປັນ​ກຳ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ