ທະນາຄານ​ບຣິກຈະ​ລົງ​ທຶນ 1 ຕື້ 600 ລ້ານ​ໂດ​ລາ​ຢູ່​ຈີນ
2017-06-02 16:10:51  cri 
ຕາມ​ຂ່າວ CRI: ທ່ານກາ​ມັດ, ຜູ້​ວ່າ​ການ​ທະ​ນາ​ຄານ​ບ​ຣິກ​​ກ່າວ​ໃນ​ວັນ​ທີ 1 ມິ​ຖຸ​ນາ​ນີ້​ວ່າ, ທະ​ນາ​ຄານ​ຕົນ​ຈະ​ລົງ​ທຶນ 1 ຕື້ 600 ລ້ານ​ໂດ​ລາ​ຢູ່​ຈີນ​ໃນ​ສອງ​ປີ​ຕໍ່​ໜ້າ.

​ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​​ແຊງ​ເປ​ແຕສະ​ບວກໃນ​ວັນ​ທີ 1 ມິ​ຖຸ​ນາ​ນີ້, ທ່ານ​​ກາ​ມັດ​ກ່າວ​ຕໍ່​ສື່ມວນ​ຊົນ​ວ່າ, ທະ​ນາ​ຄານ​ຕົນ​ພວມ​ພິ​ຈາ​ລະ​ນາ​ໂຄງ​ການ​ລົງ​ທຶນ​ຂອງ​ປະ​ເທດ​ສະ​ມາ​ຊິກ​ທັງ​ໝົດ. ​ໂດຍ​ວາງ​ແຜນ​ຈະ​ລົງ​ທຶນແຕ່ 2 ຕື້ 500 ລ້ານ​ຫາ 3 ຕື້​ໂດ​ລາ​ຢູ່​ປະ​ເທດ​ຕ່າງໆ. ​ເຊິ່ງ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.

ທ່ານ​ກາ​ມັດ​ກ່າວ​ວ່າ, ໂຄງ​ການ​ລົງ​ທຶນ​ຢູ່​ຈີນ​ຂອງ​ທະ​ນາ​ຄານຕົນ​ໃນ​ປີ​ນີ້​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ແລະ​​ເປັນ​ບໍ​ລິ​ເວນກວ້າງກວ່າ​ເກົ່າ. ເປັນ​ຕົ້ນ​ໂຄງ​ການ​ພັດ​ທະ​ນາ​ພະ​ລັງ​​ລົມ, ການ​ກໍ່​ສ້າງ​ຕົວ​ເມືອງ, ການອະ​ນຸ​ລັກ​ສິ່ງ​ແວດ​ລ້ອມແລະ​ອື່ນໆ, ​ໂດຍ​ມີຍອດ​ມູນ​ຄ່າ​ການ​ລົງ​ທຶນ​ 1 ຕື້ 600 ລ້ານ​ໂດ​ລາ​ສະ​ຫະ​ລັດ, ໃນ​​ນີ້​ມີ​ບາງ​ໂຄງ​ການ​ຈະ​ປະ​ຕິ​ບັດ​ຕົວ​ຈິງ​ໃນ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ