ນາ​ຍົກ​ຈີນ​​ຢ້ຽມ​ຢາມ​ແບນ​ຊິກ​ຢ່າງ​ເປັນ​ທາງ​ການ
2017-06-02 16:14:48  cri 

ຕອນ​ຄ່ຳ​ວັນ​ທີ 1 ມິ​ຖຸ​ນາ​ນີ້, ທ່ານ​ຫຼີ້​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເດີນ​ທາງ​​ເຖິງ​ສະ​ໜາມ​ບິນ​ສາ​ກົນ​ບ​ຣຸກ​ແຊນດ້ວຍ​ເຮືອ​ບິນ​ພິ​ເສດ, ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ພົບ​ປະ​ຂອງ​ຜູ້​ນຳ​ຈີນ-ເອີ​ລົບ​ຄັ້ງ​ທີ 19, ແລະ​ຢ້ຽມ​ຢາມ​ແບນ​ຊິກ​ຢ່າງ​ເປັນ​ທາງ​ການ.

ໃນ​ໄລ​ຍະ​​ຢູ່ບ​ຣຸກ​ແຊນ, ທ່ານ​ຫຼີ້​ເຄີ້​ສຽງ​​ຈະຮ່ວມ​ກັບ​ທ່ານ​ໂດ​ນາດ ທູ​ສກ໌ ປະທານ​ສະພາ​ມົນຕີ​ເອີຣົບ​ແລະ ​ທ່ານ ຄຣາວ​ເດ ຈູນ​ເກີ ປະທານ​ຄະນະ​ກຳມາ​ທິການ​ສະຫະພາບ​ເອີຣົບ​ເປັນ​ປະທານ​ກອງ​ປະຊຸມ​ພົບ​ປະ​ຜູ້ນຳ​ຈີນ-ສະຫະພາບ​ເອີຣົບຄັ້ງ​ທີ 19, ຈະ​ຖະ​ແຫຼງ​ຂ່າວ, ເຂົ້າ​ຮ່ວມ​ພິ​ທີ​ເຊັນ​ສັນ​ຍາ​ແລະ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ. ນອກ​ນີ້ຍັງ​ຈະ​ຮ່ວມ​ກັບ​ຜູ້​ນຳ​ເອີ​ລົບ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ-ເອີ​ລົບ​ແລະ, ແລກ​ປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ນັກ​ທຸ​ລະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ຂອງ​ສອງ​ຝ່າຍ.


​ຂະ​ນະ​ດຽວ​ກັນ, ທ່ານ​ຫຼີ້​ເຄີ້​ສຽງ​ຈະ​ເຈ​ລະ​ຈາ​ກັບ​ທ່ານ​ຊາ​ເລັ​ສ ມິ​ເຊີ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ແບນ​ຊິກ, ຮ່ວມ​ກັນ​​ຢ້ຽມ​ຢາມ​ໂຄງ​ການ​ຮ່ວມ​ມື​ແລະ​ພົບ​ປະ​ກັບ​ສົມ​ເດັດ​ຟິ​ລິບ, ເຈົ້າ​ຊີ​ວິດ​ແບນ​ຊິກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ