ທ່ານ​ສີ​ຈິ້ນ​ຜີງ​ຈະ​ຢ້ຽມ​ຢາມ​ກາ​ຊັກ​ສະ​ຖານ​ທາງ​ລັດ​ຖະ​ກິດ
2017-06-02 16:17:04  cri 
ທ່ານ​ລູ້​ຄ່າງ, ໂຄ​ສົກ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 2 ມິ​ຖຸ​ນາ​ນີ້​ວ່າ, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງທ່ານ​ເນີ​ຊູ​ດັນ ນາ​​ເຊບາ​ເອັຟ, ປະທານາທິບໍດີ​ກາ​ຊັກ​ສະຖານ, ທ່ານ​ສີ​ຈິ້ນ​ຜີງ ປະ​ທານ​ປະ​ເທດ​ຈີນ​ຈະ​ຢ້ຽມ​ຢາມປະ​ເທດ​ດັ່ງ​ກ່າວທາງ​ລັດ​ຖະ​ກິດ​ແຕ່​ວັນ​ທີ 7 ຫາ​ວັນ​ທີ 10 ມິ​ຖຸ​ນາ​ນີ້, ແລະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຄະ​ນະ​ມົນ​ຕີ​ປະ​ມຸກ​ລັດ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຄັ້ງ​ທີ 17 ແລະ​ພິ​ທີ​ໄຂ​ງານວາງ​ສະ​ແດງ​ສິນ​ຄ້າ​ສະ​ເພາະອັ​ສ​ທາ​ນາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ