ເຄື່ອງ​ພິມ​​ຊ໋ອກໂກ​ເລດ 3D (ວິ​ດີ​ໂອ)
2017-06-02 16:26:34  cri 

 

ໂຮງ​ງານ​ຜະ​ລິດ​​ຊ໋ອກ​ໂກ​ເລດ Miam ປະ​ເທດແບນ​ຊິກ​ໄດ້​​ນຳໃຊ້​ເຄື່ອງ​ພິມ 3D ພິ​ເສດ ເຊິ່ງ​ສາ​ມາດ​ພິມ​ຊ໋ອກໂກ​ເລດ​ເປັນ​ຮູບ​ແປກ​ຕາ​ຕ່າງໆໄດ້ ເຊັ່ນ ຮູບ​ໂຕ​ໜັງ​ສື, ​ສັດ, ​ແກ້ວ​ເຫຼົ້າ ແລະ​ອື່ນໆ, ຈົນ​​ກາຍ​ເປັນສິລະ​ປະ​ທີ່​ດີ​ເດັ່ນ ໂດຍ​ກ້ອນ​ບາງ​ສຸດ​ມີ​ຂ​ະ​ໜາດ​ພຽງ​ແຕ່ 0,2 ມີ​​ລີ​ແມັດ​ເທົ່າ​ນັ້ນ. ປັດ​ຈຸ​ບັນ, ​ຊ໋ອກ​ໂກ​ເລດ​ດຳ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ​, ​ຂະ​ນະ​ທີ່ເຕັກ​ນິກ​ພິມ 3D ນີ້​ກໍ​ສາ​ມາດ​ພິມ​​ຊ໋ອກໂກ​ເລດ​ນົມ​ແລະ​ຂາວ​ໄດ້ ໂດຍລູກ​ຄ້າ​ສາ​ມາດ​ສັ່ງ​​ຊ໋ອກໂກ​ເລດ 3D ສະ​ເພາະ​ຂອງ​ຕົນ​ຈາກ​ໂຮງ​ງານ​ດັ່ງ​ກ່າວໄດ້​ທຸກ​ເວ​ລາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ