ມະ​ນີ​ລາ​ຈັດເທດ​ສະ​ການ​ອາ​ຫານ​ຕາມ​ທາງ​ຍ່າງ​ລະ​ດັບ​ໂລກ​ (​ວິ​ດີ​ໂອ)
2017-06-02 16:28:25  cri 

 

​​ທຸກໆ​ປີ​​ໄດ້ຈັດເທດ​ສະ​ການ​ອາ​ຫານ​​ຕາມ​ທາງ​ຍ່າງ​ລະ​ດັບໂລກ​​ຢູ່​ປະ​ເທດ​ຕ່າງໆ​ແຕ່​ສຳ​ລັບປີ​ນີ້ໄດ້​​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ມະ​ນີ​ລາ​ປະ​ເທດ​ຟີ​ລິບ​ປິນ​ໂດຍ​​ໂດຍ​ໄດ້​ລ​ວມ​ເອົາ​ອາ​ຫານ​​ຈາກແຫ່ງ​ຕ່າງໆ​ໃນ​ທົ່ວ​ໂລກ​ມາ​ບໍ​ລິ​ການ​ແລະຄາດ​ວ່າ​ຈະ​​ມີນັກ​ທ່ອງ​ທ່ຽວ​ນັບແສນ​ມາ​ຊີມ​ລົດ​​ຊາດ​ຂອງ​ອາ​ຫານ 30 ຊະ​ນິດ​ທີ່​ເປັນ​ເອ​ກະ​ລັກ​​ຈາກ 13 ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ. ​ໃນ​ເທດ​ສະ​ການ​ດັ່ງ​ກ່າວ,ນັກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ຈະ​ໄດ້ຊີມ​ອາ​ຫານ​ແຊບ​ຢ່າງ​ສົມ​ໃຈ​ເທົ່າ​ນັ້ນ, ​ຫາກຍັງ​ຈະ​ໄດ້​ເຫັນ​​ປະ​ຈັກ​ຕາ​​ຂັ້ນ​ຕອນ​ການ​ປຸງ​ແຕ່ງ​ອາ​ຫານ​ເຫຼົ່າ​ນີ້​ຢ່າງ​ຕື່ນ​ຕາ​ຕື່ນ​ໃຈ​ໄປ​ຈົນ​ເຖິງວັນ​ທີ 4 ມິ​ຖຸ​ນາ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ