ຫ້າມ​ເຈ​ລະ​ຈາ​ "ສັນ​ຍາ​ປາ​ຣີ" ອີກ
2017-06-02 14:30:49  cri 
ຕາມ​ຂ່າວ​ສານ​ຈີນ: ພາຍຫຼັງ​ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ປະ​ກາດ​ຖອນ​ອອກ​ຈາກ "ສັນ​ຍາ​ປາ​ຣີ" ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 1 ມິ​ຖຸ​ນາ​ນີ້, ປະ​ມຸກ​ລັດ​ແລະ​ຫົວ​ໜ້າ​ລັດ​ຖະ​ບານ​ເຢຍ​ລະ​ມັນ, ຝ​ຣັ່ງ ແລະ​ອີ​ຕາ​ລີ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​​ທັນ​ທີໃນ​ຕອນ​ຄ່ຳ​ມື້​ດຽວ​ກັນ ໂດຍ​ສະ​ແດງ​ຄວາມ​ເສຍ​ດາຍ​ຕໍ່ການ​ຕົກ​ລົງ​ດັ່ງ​ກ່າວ​ຂອງ​ອາ​ເມ​ລິ​ກາ, ແນວ​ໃດ​ກໍ​ດີ ທັງ 3 ປະ​ເທດ​ໄດ້​ຢືນ​ຢັນວ່າ ຈະ​ສືບ​ຕໍ່​ພະ​ຍາ​ຍາມ​ປະ​ຕິ​ບັດ​ຕາມ​ພັນ​ທະ​ທີ່​ກ່ຽວ​ຂ້ອງ​ກັບ "ສັນ​ຍາ​ປ​າ​ຣີ".

ຜູ້​ນຳ​ສາມ​ປະ​ເທດ​​ເນັ້ນໂດຍ​ເຫັນ​ວ່າ ຂະ​ບວນ​ການ​ປະ​ຕິ​ບັດ "ສັນ​ຍາ​ປ​າ​ຣີ" ທີ່​ເລີ່ມ​ມາແຕ່​ເດືອນ​ທັນ​ວາ​ປີ 2015 ບໍ່​ສາ​ມາດ​ຕ່າວ​ປີ້ນໄດ້ ແລະ​ເຊື່ອ​​ວ່າ ຈະ​ບໍ່​ສາ​ມາດ​ດຳ​ເນີນ​ການ​ເຈ​ລະ​ຈາ​ "ສັນ​ຍາ​ປ​າ​ຣີ" ໄດ້​ຕໍ່​ອີກ, ແຕ່ເລີ່ມ​ຈາກ​ເວ​ລາ​ນີ້​ເປັນ​ຕົ້ນ​ໄປ, ສາມ​ປະ​ເທດ​ຈະ​ເລີ່ມ​ພະ​ຍາ​ຍາມ​ປະ​ຕິ​ບັດ​ຕາມ​ພັນ​ທະ​​ການລະ​ດົມ​ທຶນ​ດ້ານ​ດິນ​ຟ້າ​ອາ​ກາດ ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ຕາມ "ສັນ​ຍາ​ປາ​ຣີ" ແລະ​ສົ່ງ​ເສີມ​ໃຫ້​ປະ​ເທດ​ເພື່ອນ​ມິດຕ່າງໆ​ພະ​ຍາ​ຍາມ​ຮ່ວ​ມ​ກັນ.

​ໃນ​ຕອນທ້າຍ​ຂອງ​ຖ​ະ​ແຫຼງ​ການ​​ລະ​ບຸ​ວ່າ, ສຳ​ລັບ​ປະ​ເທດ​ດ້ອຍ​ພັດ​ທະ​ນາ​ແລະ​ປະ​ເທດ​ທີ່​ປະ​ສົບ​ຈາກ​ການ​ຂົ່ມ​ຂູ່​ດ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຮ້າຍ​ແຮງ​ທີ່​ສຸດ​ນັ້ນ, ສາມ​ປະ​ເທດ​ຈະ​ພະ​ຍາ​ຍາມຫຼາຍຊ່ວຍ​ບໍ່​ໃຫ້​ລຶບ​ລ້າງ​ການ​ປະ​ຕິ​ບັດ​ພັນ​ທະ​ໃນ​ດ້ານ​ນີ້​ໃຫ້​ໜ້ອຍ​ລົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ