ບໍ​ລິ​ສັດ​ຮ​ວາ​ເຫວີຍ​ສ້າງ​ຫ້ອງ​ທົດ​ລອງ​ແບບ​ເປີດ​ເຜີຍ​ຢູ່​ບາງກອກ
2017-06-02 14:31:30  cri 
ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ວັນ​ທີ 1 ມິ​ຖຸ​ນາ​ນີ້, ບໍ​ລິ​ສັດ​ຮ​ວາ​ເຫວີຍ​ຈີນ​ໄດ້​ປະ​ກາດ​ສ້າງ​ຫ້ອງ​ທົດ​ລອງ​ເປີດ​ເຜີຍ​ແຫ່ງ​ທີ 7 ຂ​ອງ​ໂລກ​ຢູ່​ນະ​ຄອນຫຼວງ​ບາງກອກ​ປະ​ເທດ​ໄທ ເພື່ອ​ສ້າງ​ເວ​ທີ​ປະ​ດິດ​ສ້າງ​ທີ່​​ໃຫ້​ແກ່​ລູກ​ຄ້າ​ແລະ​ບໍ​ລິ​ສັດ​ໄດ້​ນຳ​ໃຊ້​ຫົວ​ຄິດ​ປະ​ດິດ​ສ້າງ​ ແລະ​ຊ່ວຍ​ໄທ​ເລັ່ງ​ຂະ​ບວນ​ການ​ຫັນ​ເປັນ​ແບບ​ດີ​ຈີ​ຕອນ.

ທ່ານ​ສົມ​ຄິດ ​ຈະ​ຕຸ​ສີ​ພິ​ທັກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້​ກ່າວ​ໃນ​ພິ​ທີ​ເປີດ​ຫ້ອງ​ທົດ​ລອງວ່າ, ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຕົນ​ຕ້ອງ​ເຊື່ອມ​ຕໍ່​ກັບ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ໃນ​ນັ້ນ ການ​ກໍ່​ສ້າງ​​ພື້ນ​ຖານ​ໂຄງ​ລ່າງ​ແລະ​ຂໍ້​ມູນ​ຂ່າວ​ສານ​ດີ​ຈີ​ຕອນ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ. ​ໃນ​ໂອ​ກາ​ດ​ນີ້​ຂໍສະ​ແດງ​ຄວາມ​ຂອບ​ໃຈ​ບໍ​ລິ​ສັດ​ຮ​ວາ​ເຫວີຍ​ທີ່​ສ້າງ​ຫ້ອງ​ທົດ​ລອງ​ເປີດ​ເຜີຍ​ຢູ່​ໄທ ເຊິ່ງຈະ​ມີ​ຜົນ​ດີໃນ​ການ​ຊ່ວຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ​, ລັດ​ຖະ​ບານ, ວິ​ສາ​ຫະ​ກິດ, ໂຮງ​ຮຽ​ນ​ຊັ້ນ​ສູງ ແລະ​ອົງ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຂອງ​ປະ​ເທດ​ຕົນ​ກໍ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດຫຼາຍ​ທີ່​ສຸດ.

​ເຈົ້າ​ໜ້າ​ທີ່ບໍ​ລິ​ສັດ​ຮ​ວາ​ເຫວີຍ​ເປີ​ດ​ເຜີຍ​ວ່າ, ​ບໍ​ລິ​ສັດ​ຕົນໄດ້​ລົງ​ທຶນ 15 ລ້ານ​ໂດ​ລາ​ກໍ່​ສ້າງ​ຫ້ອງ​ທົດ​ລອງ​ດັ່ງ​ກ່າວ​ແລະ​ກໍ​ກວມ​ເອົາ​ເນື້ອ​ທີ 2000 ແມັດ​ຕາ, ​ເປົ້າ​ໝາຍ​ສຳ​ຄັນ​ກໍ​ຄື​ການ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ລູກ​ຄ້າ ແລະນັກ​ວິ​ຊາ​ການ​ປະ​ດິດ​ສ້າງ​ດ້ານ​ຂໍ້​ມູນ​ຂ່າວ​ສານ​ແລະ​ເຕັກ​ນິກ​ໂທ​ລະ​ຄົມ ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ