ທ່ານ​ທ​ຣຳ​ປະ​ກາດ​ຖອນ​ອອກ​ຈາກ "ສັນ​ຍາ​ປາ​ຣີ"
2017-06-02 16:45:02  cri 
ຕາມ​ຂ່າວCRI: ວັນ​ທີ 1 ມິ​ຖຸ​ນາ​ນີ້, ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​​ໄດ້ປະ​ກາດ​ຢ່າງ​ເປັນ​ທາງ​ການ​ວ່າ, ​ໄດ້​ຖອນ​ອອກ​ຈາກ "ສັນ​ຍາ​ປ​າ​ຣີ" ​ແລ້ວຫຼັງ​ເຫັນ​ວ່າ, "ສັນ​ຍາ​ປາ​ຣີ" ເຮັດ​ໃຫ້​ປະ​ເທດ​ຕົນ​ປະ​ສົບ​ຄວາມ​ເສຍ​ຫາຍ​ GDP ​ເຖິງ 3 ພັນ​ຕື້​ໂດ​ລາ ແລະ​ເຮັດ​ໃຫ້​ປະ​ຊາ​ຊົນ 6 ລ້ານ 5 ແສນ​​ຄົ​ນ​ເສຍ​ໂອ​ກາດ​ເຮັດ​ວຽກ, ທີ່​ສຳ​ຄັນ​ ການຖອນ​ອອກ​ຈາກ "ສັນ​ຍາ​ປາ​ຣີ" ຖື​ວ່າ​ເປັນ​ການ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ອາ​ເມ​ລິ​ກາ​ອີ​ກ​ຄັ້ງ​ໜຶ່ງ.

ການ​ຕົກ​ລົງ​​ຂອງ​ທ່ານ​ທ​ຣຳ ຄື​ດັ່ງ​ກ່ວ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ສະ​ມາ​ຊິກ​ສະ​ພາ​ສັງ​ກັດ​ພັກ​​ລີ​ພັບ​ລີ​ກັນເປັນ​ສ່ວນຫຼາຍ, ແຕ່​ກໍ​ຖືກຫຼາຍ​ຄົນ​ກ່າວ​ຕຳ​ໜິ, ຂະ​ນະ​ທີ່ຫຼາຍ​ວິ​ສາ​ຫະ​ກິດ​ໃຫຍ່​ແລະ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນຕ່າງ​ກໍ​ຢືນ​ຢັນຈະ​ສະ​ໜັບ​ສະ​ໜູນ​ແລະ​ປະ​ຕິ​ບັດ​ຕາມ "ສັນ​ຍາ​ປາ​ຣີ" ເໝືອນ​ເດີມ.

ທ່ານ​ບາ​ຣັກ ໂອ​ບາ​ມາ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກໍ​ກ່າວ​ວ່າ, ເຖິງ​ຈະ​ບໍ່​ມີ​ການ​ນຳ​ພາ​ຂອງ​ລັດ​ຖະ​ບານ​, ປະ​ຊາ​ຊົນ​ກໍ​ຈະ​ເລືອກ​ອະ​ນາ​ຄົດ​ທີ່​ມີ​ການ​ລະ​ບາຍ​ມົນ​ລະ​ພິດ​ຕ່ຳ ແລະເຖິງວ່າ​ອາ​ເມ​ລິ​ກາ​ໄດ້​ຖອນ​ອອກ​ຈາກ "ສັນ​ຍາ​ປາ​ຣີ", ແຕ່​​ຕົນ​ເຊື່ອ​ວ່າ, ລັດ, ຕົວ​ເມືອງ​ແລະ​ວິ​ສາ​ຫະ​ກິດ​ຕ່າງໆ​ໃນ​ປະ​ເທດ​ຈະ​ພະ​ຍາ​ຍາມປົກ​ປ້ອງ​ອະ​ນາ​ຄົດ​ຂອງ​ໂລກໃຫ້ຫຼາຍກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ