ເຢຍ​ລະ​ມັນ​ສະ​ໜັບ​ສະ​ໜູນ​ສະ​ຫະ​ພາບ​ເອີ​ຣົບ​ປະ​ຕິ​ບັດ​ພັນ​ທະ​ຕາມ​ມາດ​ຕາ 15 ສັນ​ຍາ​ວ່າ​ດ້ວຍ​ຈີນ​ເຂົ້າ​ຮ່ວມ​ອົງ​ການ​ການ​ຄ້າ​ໂລກ
2017-06-02 16:18:55  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ຕອນ​ເຊົ້າ​ວັນ​ທີ 1 ມິ​ຖຸ​ນານີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ແລະ​ທ່ານ​ນາງ ອັນ​ເຈີ​ລາ ເມີ​ແຄວ ນ​າ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ໄດ້​ຖະ​ແຫຼງ​ຂ່າວຮ່ວມ​​ໂດຍ​ເຫັນ​ດີ​ໃຫ້ EU ປ​ະ​ຕິ​ບັດ​ພັນ​ທະ​ຕາມ​ສັນ​ຍາ​ວ່າ​ດ້ວຍ​ການ​ເຂົ້າ​ຮ່ວມ​ອົງ​ການ​ການ​ຄ້າ​ໂລກ​ຂອງ ສ​ປ ຈີນ.

    ໂອ​ກາດ​ດັ່​ງ​ກ່າວ, ທ່ານ ຫຼີ​ເຄີ້​ສຽງ ກ່າວ​ວ່າ, ຈີນ​ແລະ​ເຢຍ​ລະ​ມັນ​ລ້ວນ​ແຕ່​ມີ​ຄວາມ​ເຫັນ​ຕໍ່​ລັດ​ທິຫຼາຍ​ຝ່າຍ ທັງ​ສຸ​ມ​ໃສ່ປົກ​ປັກ​ຮັກ​ສາ​ລະ​ບົບ​ສາ​ກົນ​ໃນ​ປັດ​ຈຸ​ບັນ, ເຄົາ​ລົບ​ກົດການ​ພົວ​ພັນ​ລະ​ຫວ່າງ​ຊາດ, ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ບັນ​ດາ​ປະ​ເທດ ລວມທັງກົດ​ຂອງ​ອົງ​ການ​ການ​ຄ້າ​ໂລກ ແລະ​ສະ​ໜັບ​ສະ​ໜູນ​ການ​ເຮັດ​ໃຫ້​ການ​ຄ້າ​ແລະ​ການ​ລົງ​ທຶນເສ​ລີ​ແລະ​ສະ​ດວກກວ່າ​ເກົ່າ. ​ຂະ​ນະ​ດຽວ​ກັນ, ສະ​ຫະ​ພາບ​ເອີ​ຣົບ​ກໍຄວນ​ປະ​ຕິ​ບັດ​ພັນ​ທະ​ຕາມ​ມາດ​ຕາ​ 15 ໃນ "ສັນ​ຍາ​ວ່າ​ດ້ວຍ​ຈີນ​ເຂົ້າ​ຮ່ວມ​ອົງ​ການ​ການ​ຄ້າ​ໂລກ" ແລະ​ຄວນ​ປະ​ຕິ​ບັດຫຼັກ​ການ​ WTO ໃນ​ເວ​ລາກຳ​ນົດກົດ​ໃໝ່​ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ບໍ່​ຍຸ​ຕິ​ທຳ​ດ້ານ​ການ​ຄ້າ.

    ທ່ານ​ນາງ ເມີ​ແຄວ ກ່າວ​ວ່າ, ເຢຍ​ລະ​ມັນ​ແລະ​ຈີນ​ລ້ວນ​ແຕ່​ເຫັນ​ດີ​ຕໍ່​ລະ​ບົບ​ການ​ຄ້າ​ສາ​ກົນ​ບົນ​ພື້ນ​ຖານ​​ປະ​ຕິ​ບັດ​ຕາມກົດ ທັງ​ສະ​ໜັບ​ສະ​ໜູນຫຼັກ​ການ​ແລະ​ກົດ​ຂອງ​ອົງ​ການ​ການ​ຄ້າ​ໂລກ. ປະ​ເທດ​ຕົນ​ເຫັນ​ວ່າ, ສະ​ຫະ​ພາບ​ເອີ​ຣົບ​ຄວນ​ປະ​ຕິ​ບັດ​ພັນ​ທະ​​ຕາມສັນ​ຍາ, ສຸມ​ໃສ່​ຊອກ​ຫາ​ແຜນ​ການ​ແກ້​ໄຂ​ທີ່​ສອດ​ຄ່ອງ​ກັບ​ກົດ​ຂອງ​ອົງ​ການ​ການ​ຄ້າ​ໂລກ, ປະ​ຕິ​ບັດ​ເປັນ​ເອກ​ະ​ພາບ​ກັນ​ຕໍ່​ທຸກໆ​ປະ​ເທດ ແລະ​ບໍ່​ຈຳ​ແນກ​ ​ຈີນ. ແນວ​ໃດ​ກໍ​ດີ, ຫວັງ​ວ່າ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ລົງ​ທຶນລະ​ຫວ່າງ​ເອີ​ຣົບ​ກັບ​ຈີນຈະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​​ເປັນ​ຢ່າງ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ