ບໍ​ລິ​ສັດ​ຈີນ​ເຊັນ​ສັນ​ຍາ​ຮ່ວມ​ມື​ກັບ​ໂຮງ​ງານ​ຜະ​ລິດຕະ​ພັນ​ເຄື່ອງ​ໜັງ​ຂອງ​ລາວ
2017-06-02 16:24:51  cri 
    ບໍ​ລິ​ສັດ​ການ​ຄ້າ​ຖັງ​ປາງ​ຜູ​ເອີ​ຈຳ​ກັດ​ຂອງ​ຈີນ ແລະ ກົມ​ພະ​ລາ​ທິ​ການ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ລາວ ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ກໍ່​ສ້າງໂຮງ​ງານ​ຜະ​ລິດ​ຕະ​ພັນ​ເຄື່ອງ​ໜັງ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ເມື່ອ​ວັນ​ທີ 31 ພຶດ​ສະ​ພາ​ຜ່ານ​ມາ.

    ໂຮງ​ງານ​ຜະ​ລິດຕະ​ພັນ​ເຄື່ອງ​ໜັງ​ວຽງ​ຈັນ ກວມ​ເນື້ອ​ທີ່​ປະ​ມານ 10 ເຮັກ​ຕາ ແລະ​​ຈະລົງ​ທຶນ​ກໍ່​ສ້າງ 15 ລ້ານ​ໂດ​ລາ ໂດຍຄາດ​ວ່າ​ຈ​ະກໍ່​ສ້າງ​ສຳ​ເລັດ​ໃນ​ປີ​ໜ້າ ແລະຫຼັງ​ຈາກນັ້ນ ຈະ​ເຮັດ​ໃຫ້​ລາວຫຼຸດ​ຜ່ອນ​ການ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນເຄື່ອງ​ໜັງ, ​ເພີ່ມ​ລາຍ​ຮັບ ເພື່ອ​ປະ​ກອບ​ສ່ວນ​ໃຫ້​ແກ່​​ການ​ພັ​ດ​ທະ​ນາເສດ​ຖະ​ກິດ​ສັງ​ຄົມ.

    ທ່ານ ວາງ​ຈີ້ງ​ຊົ່ງ ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ການ​ຄ້າ​ຖັງ​ປາງຜູ​ເອີຈຳ​ກັດ ກ່າວ​ຫຼັງ​ພິ​ທີ​ເຊັນ​ສັນ​ຍາ​ວ່າ, ບໍ​ລິ​ສັດ​ຕົນ​ຈະ​ຮ່ວມ​ກັບ​ລາວ ຄົ້ນ​ຄວ້າ​ຜະ​ລິດ​ຜະ​ລິດ​ຕະ​ພັນ​​ເຄື່ອງໜັງ ເຊັ່ນ ເກີບ​ ແລະສາຍ​ແອວ​ເປັນ​ຕົ້ນ ແລະ​ບຸກ​ເບີກ​ຕະຫຼາດ​ລາວ​ດ້ວຍ​ຜະ​ລິດ​ຕະ​ພັນ​ທີ່​ມີຄຸນ​ນະ​ພາບ​ແລະ​ການ​ບໍ​ລິ​ການ​ທີ່​ດີ. ​ຂະ​ນະ​ດຽວ​ກັນ ກໍຈະ​ພະ​ຍາ​ຍາມ​ເຮັດ​ໃຫ້​​ຄົນລາວ ​ຊົມໃຊ້​ເກີບ​ໜັງ ແລະ​ຜະ​ລິດ​ຕະ​ພັນ​ໜັງ​ອື່ນໆ​ທີ່​ຄຸນ​ນະ​ພາບ​ດີ​, ລາ​ຄາ​ຖືກ ທີ່​ຜະ​ລິດ​ໂດຍ​ຕົນ​ເອງ ​ສາ​ມາດ​ຕອບ​ສະ​ໜອງ​​ຕາມຄວາມ​ຕ້ອງ​​ການ​ຂອງ​ສັ​ງ​ຄົມ​ລາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ