ຟິ​ລິ​ບ​ປິນ​ຖິ້ມ​ລະ​ເບີດ​ຜິດ​ເປົ້າ ເຮັດ​ໃຫ້​ທະ​ຫານ 11 ຄົນ​ເສຍ​ຊີ​ວິດ
2017-06-02 16:29:34  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ໂຄ​ສົກ​ກອງ​ທັບ​ຟິ​ລິບ​ປິນ​ກ່າວ​ໃນ​ວັນ​ທີ 1 ມິ​ຖຸ​ນານີ້​ວ່າ, ໃນ​ການໂຈມ​ຕີ​ທາງ​ອາ​ກາດ​ໃສ່​ກຸ່ມ​ມາວ​ເຕ​ແລະ​ກຸ່ມ​ປະ​ກອບ​ອາ​ວຸດ​ອາ​ບູ​ຊາ​ຢັ​ຟ ຢູ່​ເມືອງ​ມາ​ລາ​ວີ​ເກາະ​ມິນ​ດາ​ນາວ ທາງ​ພາກ​ໃຕ້​ປະ​ເທດ​ຕົນ​ເມື່ອ​ວັນ​ທີ 31 ພຶດ​ສະ​ພາ​ຜ່ານ​ມາ ໂດຍ​ການ​ຖິ້ມ​ລູກ​ລະ​ເບີດ​ຜິດ​ເປົ້າ​ນັ້ນ ສົ່ງ​ຜົນ​ເຮັດ​ໃຫ້​ທະ​ຫານ​ຮາບ 11 ຄົນ​ເສ​ຍ​ຊີ​ວິດ, ອີກ 7 ຄົນ​ບາດ​ເຈັບ.

    ທ່ານ ເດວ​ຟິນ ໂລ​ເຣັນ​ຈາ​ນາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຟິ​ລິບ​ປິນ​ກ່າວ​ໃນ​ມື້​ດັ່ງ​ກ່າວ​ວ່າ, ເນື່ອງ​ຈາກການ​ປະ​ສານ​ງານ​​ບໍ່​ໄດ້​ດີ ຈຶ່ງ​ເກ​ດີ​ການ​ຜິດ​ເປົ້າ​ຄື​ດັ່ງ​ກ່າວ ແຕ່ແນວ​ໃດ​ກໍ​ດີ, ຜ່ານ​ການ​ສູ້​ຮົບ​ເປັນ​ເວ​ລາກວ່າ​ໜຶ່ງ​ອາ​ທິດ, ອາ​ວຸດທີ່​ແນ່ນອນ​ຂອງກອງ​ທະ​ຫານ​ອາ​ກາດ​ປະ​ເທດ​ຕົນ ເກືອບ​ໃຊ້​ໝົດ​ແລ້ວ ແລະ​ປັດ​ຈຸ​ບັນ ໄດ້​ນຳ​ໃຊ້​ລູກ​ລະ​ເບີດ​ທຳ​ມະ​ດາ​ທີ່​ນັກ​ບິນ​ຖິ້ມ​ເອງ. ປັດ​ຈຸ​ບັນ, ເຈົ້າ​ໜ້າ​ທີ່​ທະ​ຫານ​ໄດ້​​ຕັ້ງ​ໜ່ວຍ​ງານ​ສືບ​ສວນ​ເຫດ​ດັ່ງ​ກ່າວ ແລະ​ທ່ານ​ປະ​ທານ​ທິ​ບໍ​ດີ ດູ​ເຕີ​ເຕ ກໍ​ຮູ້​ເລື່ອງນີ້​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ