ສ​ປ​ຊ ຈະ​ໄຂ​ກອງ​ປະ​ຊຸມ​ທະ​ເລ​ຄັ້ງທຳ​ອິດ
2017-06-02 16:33:48  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ທ່ານ ປີ​ເຕີ ທົມ​ເຊັນ ປະ​ທານ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 71 ກ່າວ​ໃນ​ວັນ​ທີ 1 ມິ​ຖຸ​ນານີ້​ວ່າ, ສ​ປ​ຊ ຈະ​ໄຂ​ກອງ​ປະ​ຊຸມ​ທະ​ເລ​ຄັ້ງ​ທຳ​ອິດ​ແຕ່​ວັນ​ທີ 5-9 ມິ​ຖຸ​ນານີ້ ເພື່ອ​ປ່ຽນ​ແປງ​ສິ່ງ​ແວດ​ລ້ອມ​ທາງ​ທະ​ເລ​​ທີ່​ມີ​ທ່າ​ຂະ​ຫຍາຍ​ນັບ​ມື້​ນັບ​ຮ້າຍ​ແຮງ ແລະ​ຊຸກ​ຍູ້​ຈັດ​ຕັ້ງ​ປະ​ຕິ​ບັດ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ທະ​ເລ​ແບບ​ຍືນ​ຍົງ​.

    ບັນ​ຫາ​ຮີບ​ດ່ວນ​ກ່ຽວ​ກັບ​ທະ​ເລນັ້ນ ປະ​ກອບ​ມີ​ມົນ​ລະ​ພິດ​ທະ​ເລ, ການ​ປະ​ມົງ​ຫຼາຍ​ເກີນ​ຄວນ, ລະ​ດັບ​ໜ້າ​ນ້ຳ​ທະ​ເລ​ສູງ​ຂຶ້ນ​ຍ້ອນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ນ້ຳ​ທະ​ເລ​ຫັນ​ເປັນ​ທາດ​ກົດ ແລະ​ອື່ນໆ. ໃນ​ນັ້ນ, ບັນ​ຫາ​ພ​ລາ​ສ​ຕິ​ກ​ມົນ​ລະ​ພິດ​ທະ​ເລນັ້ນ ​ເປັນ​ສິ່​ງ​ທີ່​ປະ​ໝາດ​ບໍ່​ໄດ້​ຫຼັງເຫັນ​ວ່າ, ແຕ່​ລະ​ປີ ມີ​ພ​ລາ​ສ​ຕິກ 8 ລ້ານກວ່າ​ໂຕນ​​ຖືກ​ຖິ້ມ​ລົງ​ສູ່​ທະ​ເລ ​ເຊິ່ງ​ສ້າງ​ຜົນ​ສະ​ທ້ອນ​ອັນ​ໜັກ​ໜ່ວງ​ຕໍ່​ຊີ​ວະ​ນາ​ນາ​ພັນ​ໃນ​ທະ​ເລ, ຂະ​ແໜງ​ການ​ປະ​ມົງ ແລະ​ການ​ທ່ອງ​ທ່ຽວ ໂດຍ​​ມີ​ມູນ​ຄ່າ​ເສຍ​ຫາຍເຖິງ 8 ຕື້ກວ່າ​ໂດ​ລາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ