ໂຮງ​ແຮມ​ໃນ​ນະ​ຄອນຫຼວງມະ​ນີ​ລາ​ຖືກໂຈມ​ຕີເຮັດ​ໃຫ້ 36 ຄົນ​ເສຍ​ຊີ​ວິດ
2017-06-02 16:40:00  cri 
    ຕາມ​ຂ່າ​ວ​ສານ​ຊິນ​ຮ​ວາ: ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 2 ມິ​ຖຸ​ນານີ້, ມື​ປືນ​ທີ່​ປິດ​ໜ້າ​ໄດ້​ບຸກ​ເຂົ້າ​ໂຮງ​ແຮມ​ Resort World Manila ທັງ​ຍິງ​ປືນ​ທັງ​ຈູດ​​ໂຕະຫຼິ້ນ​ພະ​ນັນ​ໃນ​ກາ​ສິ​ໂນໂຮງ​ແຮມ.

    ທ່ານ ໂຣ​ນັນ ເດ​ລາ ໂຣ​ຊາ ຜູ້​ບັນ​ຊາ​ການ​ຕຳ​ຫຼວດ​ແຫ່ງ​ຊາດ​ຟິ​ລິບ​ປິນ ຢືນ​ຢັນ​ໃນ​ຕອນ​ເຊົ້າ​ມື້​ດຽວ​ກັນ​ວ່າ, ຫຼັງກໍ່​ເຫດ, ​ຄົນ​ຮ້າຍ​ໄດ້​ຈູດ​ເຜົາ​ຕົນ​ເອງ​ຕາຍ ສົ່ງ​ຜົນ​ເຮັດ​ໃຫ້ 54 ຄົນ​ໃນ​ກະ​ສິ​ໂນບາດ​ເຈັບ​ ແລະ​ພາຍຫຼັງ​​ຊອກ​ຄົ້ນ​ຢູ່​ຊັ້ນ​ອື່ນໆ​ຂອງ​ໂຮງ​ແຮມ​ແລ້ວ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄດ້​ພົບ​ຜູ້​ເສຍ​ຊີ​ວິດ 36 ຄົນ. ຕາມ​ການ​ວິ​ນິດ​ໄສ​ເບື້ອງ​ຕົ້ນພົບ​ວ່າ​ເປັນ​ການ​ເສຍ​ຊີ​ວິດ​ຈາກ​ການ​ຂາດ​ອາ​ກາດ​ຫາຍ​ໃຈ​. ເຈົ້າ​ໜ້າ​ທີ່​ຕຳຫຼວດ​ກ່າວ​ວ່າ, ​ຄົນ​ຮ້າຍ​ບໍ່ໄດ້​ໃຊ້​ອາ​ວຸດຍິງຄົນ ຈຶ່ງ​ເຊື່ອ​ວ່າ​ ບໍ່​ແມ່ນ​ເຫດ​ການກໍ່​ການ​ຮ້າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ