(ນາຍົກຈີນກ່າວປາຖະກະຖາໃນກອງປະຊຸມສຸດຍອດກ່ຽວກັບອຸດສາຫະກຳແລະການຄ້າລະຫວ່າງຈີນ-ສະຫະພາບເອີລົບ)
ຕອນເຊົ້າວັນທີ 2 ມິຖຸນານີ້ ຕາມເວລາທ້ອງຖີ່ນ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນ ພ້ອມກັບທ່ານຈຸນເກີ ປະທານຄະນະກຳມະການສະຫະພາບເອີລົບໄດ້ເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບອຸດສາຫະກຳການຄ້າລະຫວ່າງຈີນ-ສະຫະພາບເອີລົບຢູ່ທີ່ບຼຼູກແຊນແຫ່ງແບນຊິກ, ທ່ານຫຼີເຄີ້ສຽງ ໄດ້ກ່າວປາຖະກະຖາໃນກອງປະຊຸມດັ່ງກ່າວ.
ທ່ານກ່າວວ່າ, ການຢ້ຽມຢາມຂອງທ່ານໃນຄັ້ງນີ້ຈຸດປະສົງສຳຄັນອັນໜຶ່ງກໍ່ແມ່ນເພື່ອຊຸກຍູ້ໃຫ້ຈີນ ແລະສະຫະພາບເອີລົບບັນລຸຄວາມຮັບຮູ້ທີ່ເປັນເອກະສັນກັນ, ເພີ່ມຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ລົງເລິກການຮ່ວມມື, ເພື່ອຮັບມືກັບຄວາມບໍ່ແນ່ນອນຂອງສະຖານະການສາກົນດ້ວຍຄວາມໝັ້ນຄົງຂອງການພົວພັນສອງຝ່າຍລະຫວ່າງຈີນ-ສະຫະພາບເອີລົບ ແລະຄວາມເປັນສະເໝີຕົ້ນສະເໝີປາຍໃນການຮ່ວມມືກັນປົກປັກຮັກສາລັດທິຫຼາຍຝ່າຍ.
ທ່ານຫຼີເຄີ້ສຽງຊີ້ອອກວ່າ, ຈີນແລະສະຫະພາບເອີລົບຄວນຍຶດໝັ້ນທິດຂະຫຍາຍແຫ່ງໂລກາພິວັດ, ໃຊ້ມາດຕະການເພື່ອແກ້ໄຂບັນຫາທີ່ເກີດຂຶ້ນຍ້ອນໂລກາພິວັດ, ເຮັດໃຫ້ໂລກາພິວັດສ້າງຜົນປະໂຫຍດໃຫ້ແກ່ປະເທດຫຼາຍກວ່າເກົ່າ ແລະກຸ່ມຄົນຫຼາຍກວ່າເກົ່າ ເຊິ່ງໜ້າທີ່ຮີບດ່ວນໃນປະຈຸບັນກໍ່ຄືຍຶດໝັ້ນຫຼັກການການຄ້າຢ່າງເສລີແລະຍຸດຕິທຳ, ສະແດງໃຫ້ເຫັນລັກສະນະຫຼາຍຝ່າຍ, ຄວາມໂອບອ້ອມອາລີ ແລະບໍ່ເບິ່ງຂ້າມຝ່າຍໃດໆ, ສ້າງການຄ້ານ ແລະການລົງທຶນໃຫ້ຈະເລີນ.
ທ່ານຫຼີເຄີ້ສຽງກ່າວເນັ້ນວ່າ, ລະບົບການຄ້າຫຼາຍຝ່າຍທີ່ຖືອົງການການຄ້າໂລກ (WTO) ເປັນໃຈກາງນັ້ນແມ່ນເປັນການຄ້ຳປະກັນດ້ານລະບຽບການທີ່ສຳຄັນທີ່ສຸດຂອງເສດຖະກິດໂລກາພິວັດ, ສະນັ້ນ ຈີນ ແລະສະຫະພາບເອີລົບຄວນຮ່ວມກັນປົກປັກຣັກສາລະບຽບການການຄ້າຫຼາຍຝ່າຍທີ່ຖືກກົດລະບຽບການຕ່າງໆເປັນພື້ນຖານ.
ທ່ານກ່າວວ່າ, ພວກເຮົາຍິນດີຮ່ວມກັບສະຫະພາບເອີລົບເລັ່ງລັດການປຶກສາຫາລືກ່ຽວກັບສັນຍາການຄ້າທີ່ມີລະດັບສູງ, ດຳເນີນການຮ່ວມກັນຄົ້ນຄວ້າຕໍ່ຄວາມອາດເປັນໄປໃນການສ້າງເຂດການຄ້າເສລີ, ຍົກລະດັບການຄ້າຢ່າງເສລີແລະສະດວກ, ຊຸກຍູ້ໃຫ້ການຄ້າສອງຝ່າຍຂະຫຍາຍຕົວຢ່າງກ້ຳເກິ່ງກັນ, ສ້າງສະພາບແວດລ້ອມການລົງທຶນທີ່ເປີດປະຕູ, ຍຸດຕິທຳ ແລະເປັນລະບຽບການກວ່າເກົ່າ, ແລະຄວນແບ່ງປັນບົດຮຽນນຳກັນໃນການແກ້ໄຂບັນຫາຄວາມສາມາດການຜະລິດທີ່ເຫຼືອໃນທົ່ວໂລກ, ຮັບມືກັບສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດ, ເພີ່ມທະວີການຮ່ວມມືກັນ.