ນາ​ຍົກ​ຈີນ​​ກ່າວ​ປາ​ຖະ​ກະ​ຖາ​ໃນກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​ອຸດ​ສາ​ຫະ​ກຳ​ແລະ​ການ​ຄ້າ​ລະ​ຫວ່າງ​ຈີນ-ສະ​ຫະ​ພາບ​ເອີ​ລົບ
2017-06-03 15:20:37  cri 


(ນາ​ຍົກ​ຈີນ​​ກ່າວ​ປາ​ຖະ​ກະ​ຖາ​ໃນກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​ອຸດ​ສາ​ຫະ​ກຳ​ແລະ​ການ​ຄ້າ​ລະ​ຫວ່າງ​ຈີນ-ສະ​ຫະ​ພາບ​ເອີ​ລົບ)





ຕອນ​ເຊົ້າ​ວັນ​ທີ 2 ມິ​ຖຸ​ນານີ້ ຕາມ​ເວ​ລາ​ທ້ອງ​ຖີ່ນ, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ ພ້ອມ​ກັບ​ທ່ານຈຸນ​ເກີ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​ລົບ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​ອຸດ​ສ​າ​ຫະ​ກຳ​ການ​ຄ້າ​ລະ​ຫວ່າງ​ຈີນ-ສະ​ຫະ​ພາບ​ເອີ​ລົບ​ຢູ່​ທີ່​ບຼຼູກ​ແຊນແຫ່ງ​ແບນ​ຊິກ, ທ່ານ​ຫຼີ​ເຄີ້​ສຽງ ໄດ້​ກ່າວ​ປາ​ຖະ​ກະ​ຖາ​ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ.

ທ່ານ​ກ່າວ​ວ່າ, ການ​ຢ້ຽມ​ຢາມ​ຂອງ​ທ່ານ​ໃນ​ຄັ້ງ​ນີ້​ຈຸດ​ປະ​ສົງ​ສຳ​ຄັນ​ອັນ​ໜຶ່ງ​ກໍ່​ແມ່ນ​ເພື່ອ​ຊຸກ​ຍູ້​ໃຫ້​ຈີນ ແລະ​ສະ​ຫະ​ພາບ​ເອີ​ລົບ​ບັນ​ລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ສັນ​ກັນ, ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ, ລົງ​ເລິ​ກ​ການ​ຮ່ວມ​ມື, ເພື່ອ​ຮັບ​ມື​ກັບ​ຄວາມ​ບໍ່​ແນ່ນອນ​ຂອງ​ສະ​ຖາ​ນະ​ການ​ສາ​ກົນ​ດ້ວຍ​ຄວາມ​ໝັ້ນ​ຄົງ​ຂອງ​ການ​ພົວ​ພັນ​ສອງ​ຝ່າຍ​ລະ​ຫວ່າງ​ຈີນ-ສະ​ຫະ​ພາບ​ເອີ​ລົບ ແລະ​ຄວາມ​ເປັນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃນການ​ຮ່ວມ​ມື​ກັນ​ປົກ​ປັກ​ຮັກ​ສາ​ລັດ​ທິ​ຫຼາຍ​ຝ່າຍ.

ທ່ານ​ຫຼີ​ເຄີ້​ສຽງ​ຊີ້​ອອກວ່າ, ຈີນ​ແລະ​ສະ​ຫະ​ພາບ​ເອີ​ລົບ​ຄວນ​ຍຶດ​ໝັ້ນ​ທິດ​ຂະ​ຫຍາຍ​ແຫ່ງ​ໂລ​ກາ​ພິ​ວັດ, ໃຊ້​ມາດ​ຕະ​ການ​ເພື່ອ​ແກ້​ໄຂ​ບັນ​ຫາ​ທີ່​ເກີດ​ຂຶ້ນ​ຍ້ອນ​ໂລ​ກາ​ພິ​ວັດ, ເຮັດ​ໃຫ້​ໂລ​ກາ​ພິ​ວັດ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ຫຼາຍກວ່າ​ເກົ່າ ແລະ​ກຸ່ມ​ຄົນ​ຫຼາຍກວ່າ​ເກົ່າ ເຊິ່ງ​ໜ້າ​ທີ່​ຮີບ​ດ່ວນ​ໃນ​ປະ​ຈຸ​ບັນ​ກໍ່​ຄື​ຍຶດ​ໝັ້ນ​ຫຼັກ​ການ​ການ​ຄ້າ​ຢ່າງ​ເສ​ລີ​ແລະ​ຍຸດ​ຕິ​ທຳ​, ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຫຼາຍ​ຝ່າຍ, ຄວາມ​ໂອບ​ອ້ອມ​ອາ​ລີ ແລະ​ບໍ່​ເບິ່ງ​ຂ້າມ​ຝ່າຍ​ໃດໆ, ​ສ້າງ​ການ​ຄ້ານ ແລະ​ການລົງ​ທຶນ​ໃຫ້​ຈະ​ເລີນ.

ທ່ານ​ຫຼີ​ເຄີ້​ສຽງ​ກ່າວ​ເນັ້ນ​ວ່າ, ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ​ທີ່​ຖື​ອົງ​ການ​ການ​ຄ້າ​ໂລກ (WTO) ເປັນ​ໃຈ​ກາງ​ນັ້ນ​ແມ່ນ​ເປັນ​ການ​ຄ້ຳ​ປະ​ກັນ​ດ້ານ​ລະ​ບຽບ​ການ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ, ສະ​ນັ້ນ ຈີນ ແລະ​ສະ​ຫະ​ພາບ​ເອີ​ລົບ​ຄວນ​ຮ່ວມ​ກັນ​ປົກ​ປັກ​ຣັກ​ສາ​ລະ​ບຽບ​ການ​ການ​ຄ້າ​ຫຼາຍ​ຝ່າຍ​ທີ່​ຖືກ​ກົດ​ລະ​ບຽບ​ການ​ຕ່າງໆ​ເປັນ​ພື້ນ​ຖານ.

ທ່ານ​ກ່າວ​ວ່າ, ພວກ​ເຮົາ​ຍິນ​ດີ​ຮ່ວມ​ກັບ​ສະ​ຫະ​ພາບ​ເອີ​ລົບ​ເລັ່ງ​ລັດ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສັນ​ຍາ​ການ​ຄ້າ​ທີ່​ມີ​ລະ​ດັບ​ສູງ, ດຳ​ເນີນ​ການ​ຮ່ວມ​ກັນ​ຄົ້ນ​ຄວ້າ​ຕໍ່​ຄວາມອາດ​ເປັນ​ໄປ​ໃນ​ການສ້າງ​ເຂດ​ການ​ຄ້າ​ເສ​ລີ, ຍົກ​ລະ​ດັບ​ການ​ຄ້າ​ຢ່າງ​ເສ​ລີ​ແລະ​ສະ​ດວກ, ຊຸກ​ຍູ້​ໃຫ້​ການ​ຄ້າ​ສອງ​ຝ່າຍ​ຂະ​ຫຍາຍ​ຕົວ​ຢ່າງ​ກ້ຳ​ເກິ່ງ​ກັນ, ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​ທີ່​ເປີດ​ປະ​ຕູ​, ຍຸດ​ຕິ​ທຳ ແລະ​ເປັນ​ລະ​ບຽບ​ການກວ່າ​ເກົ່າ, ແລະ​ຄວນ​ແບ່ງ​ປັນ​ບົດ​ຮຽນ​ນຳ​ກັນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ຄວາມ​ສາ​ມາດ​ການ​ຜະ​ລິດ​ທີ່​ເຫຼືອ​ໃນທົ່ວ​ໂລກ, ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັນ.


1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ