ວັນທີ 2 ມິຖຸນານີ້ ທ່ານໂຣດຣິໂກ ດູເຕີເຕ ປະທານາທິບໍດີຟິລິບປິນກ່າວວ່າ, ກອງທັບລັດຖະບານຍັງຕ້ອງການເວລາດົນກວ່າເພື່ອກູ້ເອົາເມືອງມາລາວີທີ່ເກາະມິນດານາວ ທາງພາກໃຕ້ຟິລິບປິນທີ່ຖືກກອງປະກອບອາວຸດຕ້ານລັດຖະບານເຊັ່ນ ກຸ່ມມູເຕີເປັນຕົ້ນຍຶດເອົານັ້ນຄືນຢ່າງສິ້ນເຊິງ, ແຕ່ທ່ານກໍ່ໄດ້ສະແດງໃຫ້ເຫັນຄວາມໝັ້ນໃຈອັນເຕັມປ່ຽມໃນການເອົາຊະນະໃນການສູ້ຮົບຄັ້ງນີ້.
ຂ່າວແຈ້ງວ່າ, ເມື່ອໄດ້ສູ້ຮົບກັນເປັນເວລາ 10 ກວ່າມື້ ກອງທັບລັດຖະບານໄດ້ກູ້ເອົາເຂດ 90% ຂອງເມືອງມາລາວີຄືນແລ້ວ, ແຕ່ກຸ່ມປະກອບາວຸດຕ້ານລັດຖະບານຍັງຍຶດຄອງ 10% ຂອງເມືອງນີ້ໄວ້ ເຊິ່ງເປັນເຂດຈຸດໃຈກາງຂອງຕົວເມືອງ ມີພູມີປະເທດຂ້ອນຂ້າງສັບສົນ, ຍາກທີ່ຈະບຸກໂຈມຕີ, ນອກນັ້ນ ຍັງມີປະຊາຊົນປະມານ 2 ພັນຄົນຖືກຂາງໄວ້ຢູ່ໃນເມືອງ ຍິ່ງກວ່ານັ້ນແມ່ນຜູ້ປະກອບອາວຸດໄດ້ລັກພາຕົວຂອງເດັກນ້ອຍແລະປະຊາຊົນເປັນຕົວປະກັນຂອງຕົນເອງຢູ່ໃນເມືອງ.
ຕອນບ່າຍວັນທີ 23 ພຶດສະພາແລ້ວນີ້ ກອງຕຳຫຼວອດຟິລິບປິນໄດ້ກວດຊອກຈັບຜູ້ປະກອບາວຸດອົງການມູເຕີ ແລະອົງການອາປູຊາເຢັຟທີ່ຢູ່ເມືອງມາລາວີ ແລ້ວເຮັດໃຫ້ເກີດມີການສູ້ຮົບກັນ. ອີງຕາມຂໍ້ມູນຕົວເລກທີ່ຝ່າຍທະຫານປະກາດ ໂດຍສະແດງໃຫ້ເຫັນວ່າ, ນັບມາຮອດປັດຈຸບັນ ການສູ້ຮົບຢູ່ເມືອງມາລາວີໄດ້ເຮັດໃຫ້ 175 ຄົນເສຍຊີວິດເປັນຢ່າງໜ້ອຍ ເຊິ່ງໃນນັ້ນລວມທັງຜູ້ປະກອບອາວຸດຕ້ານລັດຖະບານ 120 ຄົນ, ທະຫານຕຳຫຼວດ 36 ຄົນ ແລະປະຊາຊົນ 19 ຄົນ.