ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ກ່າວ​ວ່າ ການ​ກູ້​ເອົາ​ເມືອງ​ມາ​ລາ​ວີ​ຄືນ​ຢ່າງ​ສິ້ນ​ເຊິງ​ຍັງ​ຕ້ອງ​ການ​ເວ​ລາ
2017-06-03 15:22:56  cri 
ວັນ​ທີ 2 ມິ​ຖຸ​ນານີ້ ທ່ານໂຣດ​ຣິ​ໂກ ​ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ກ່າວ​ວ່າ, ກອງ​ທັບ​ລັດ​ຖະ​ບານ​ຍັງ​ຕ້ອງ​ການ​ເວ​ລາ​ດົນ​ກວ່າ​ເພື່ອ​ກູ້​ເອົາ​ເມືອງ​ມາ​ລາ​ວີ​ທີ່​ເກາະ​ມິນ​ດາ​ນາວ ທາງ​ພາກ​ໃຕ້​ຟິ​ລິບ​ປິນ​ທີ່​ຖືກກອງ​ປະ​ກອບ​ອາ​ວຸດ​ຕ້ານ​ລັດ​ຖະ​ບານ​ເຊັ່ນ ກຸ່ມ​ມູ​ເຕີ​ເປັນ​ຕົ້ນ​ຍຶດ​ເອົາ​ນັ້ນ​ຄືນ​ຢ່າງ​ສິ້​ນ​ເຊິງ, ແຕ່​ທ່ານ​ກໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ໝັ້ນ​ໃຈ​ອັນ​ເຕັມ​ປ່ຽມ​ໃນ​ການ​ເອົາ​ຊະ​ນະ​ໃນ​ການ​ສູ້​ຮົບ​ຄັ້ງ​ນີ້.

ຂ່າວ​ແຈ້ງວ່າ, ເມື່ອ​ໄດ້​ສູ້​ຮົບ​ກັນ​ເປັນ​ເວ​ລາ 10 ກວ່າມື້ ກອງ​ທັບ​ລັດ​ຖະ​ບານ​ໄດ້​ກູ້​ເອົາ​ເຂດ 90% ຂອງ​ເມືອງມາ​ລາ​ວີ​ຄືນ​ແລ້ວ, ແຕ່​ກຸ່ມ​ປະ​ກອ​ບາ​ວຸດ​ຕ້ານ​ລັດ​ຖະ​ບານ​ຍັງ​ຍຶດ​ຄອງ 10% ຂອງ​ເມືອງນີ້​ໄວ້ ເຊິ່ງ​ເປັນ​ເຂດ​ຈຸດ​ໃຈ​ກາງ​ຂອງ​ຕົວ​ເມືອງ ມີ​ພູ​ມີ​ປະ​ເທດ​ຂ້ອນ​ຂ້າງ​ສັບ​ສົນ, ຍາກ​ທີ່​ຈະ​ບຸກ​ໂຈມ​ຕີ, ນອກ​ນັ້ນ ຍັງ​ມີ​ປະ​ຊາ​ຊົນປະ​ມານ 2 ພັນ​ຄົນ​ຖືກ​ຂາງ​ໄວ້​ຢູ່​ໃນ​ເມືອງ ຍິ່ງກວ່າ​ນັ້ນ​ແມ່ນ​ຜູ້​ປະ​ກອບ​ອາ​ວຸດ​ໄດ້​ລັກ​ພາ​ຕົວ​ຂອງ​ເດັກ​ນ້ອຍ​ແລະ​ປະ​ຊາ​ຊົນ​ເປັນ​ຕົວ​ປະ​ກັນ​ຂອງ​ຕົນ​ເອງ​ຢູ່​ໃນ​ເມືອງ.

ຕອນ​ບ່າຍ​ວັນ​ທີ 23 ພຶດ​ສະ​ພາ​ແລ້ວນີ້ ກອງ​ຕຳ​ຫຼວອດ​ຟິ​ລິບ​ປິນ​ໄດ້​ກວດ​ຊອກ​ຈັບ​ຜູ້​ປະ​ກອ​ບາ​ວຸດ​ອົງ​ການ​ມູ​ເຕີ ແລະ​ອົງ​ການ​ອາ​ປູ​ຊາ​ເຢັ​ຟ​ທີ່​ຢູ່​ເມືອງ​ມາ​ລາ​ວີ ແລ້ວ​ເຮັດ​ໃຫ້​ເກີດ​ມີ​ການ​ສູ້​ຮົບ​ກັນ. ອີງ​ຕາມ​ຂໍ້​ມູນຕົວ​ເລກທີ່​ຝ່າຍ​ທະ​ຫານ​ປະ​ກາດ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ມາ​ຮອດ​ປັດ​ຈຸ​ບັນ ການ​ສູ້​ຮົບ​ຢູ່​ເມືອງ​ມາ​ລາ​ວີ​ໄດ້​ເຮັດ​ໃຫ້​ 175 ຄົນ​ເສຍ​ຊີ​ວິດ​ເປັນ​ຢ່າງ​ໜ້ອຍ ເຊິ່ງ​ໃນ​ນັ້ນ​ລວມ​ທັງ​ຜູ້​ປະ​ກອ​ບ​ອາ​ວຸດ​ຕ້ານ​ລັດ​ຖະ​ບານ 120 ຄົນ, ທະ​ຫານ​ຕຳ​ຫຼວດ 36 ຄົນ ແລະ​ປະ​ຊາ​ຊົນ 19 ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ