ລັດ​ຖະ​ມົນ​ຕີ​​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາກ່າວ​ວ່າ: ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຫຼຸດ​ການ​ລະ​ບາຍ​ກາກບອນ​ດີ​ອອກ​ຊິດ
2017-06-03 14:15:21  cri 
ວັນ​ທີ 2 ມິ​ຖຸ​ນາ​ນີ້, ທ່ານ ລິກ​ສ໌ ຕີວ​ເລີ​ຊອນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ: ທ່ານ​​ເຫັນ​ວ່າ​ໃນ​ອະ​ນາ​ຄົດ ອາ​ເມ​ລິ​ກາ​ຈະບໍ່​​ມີ​ການ​ປ່ຽນ​ແປງ​ໃດໆ​ໃນ​ການ​ທຳ​ຄວາມ​ພະ​ຍາ​ຍາມ​ຂອງ​ຕົນ​ເພື່ອ​ຫຼຸດ​ກາ​ນ​ລະ​ບາຍ​ກາກບອນ​ດີ​ອອກ​ຊິດ​ໃນ​ປັດ​ຈຸ​ບັນ, ຫວັງ​ວ່າ​ຄົນ​ທັງ​ຫຼາຍ​ຈະ​ເບິ່ງ​ບັນ​ຫາ​ດັ່ງ​ກ່າວ​ໄປ​ທາງບວກ.

ວັນ​ທີ 1 ມິ​ຖຸ​ນາ​ນີ້, ທ່ານ ໂດ​ນັນ ທ​ຣຳ ປະ​ທ​ານາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ປະ​ກາດ​ຢູ່​ສວນ​ກຸ​ຫຼາບ​ຂອງ​ທຳ​ນຽບ​ຂາວ​ວ່າ: ອາ​ເມ​ລິ​ກາ​ຈະ​ຖອນ​ອອກ​ຈາກ​ສັນ​ຍາ​ປາ​ຣີ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ທ່ານ ລິກ​ສ໌ ຕີວ​ເລີ​ຊອນ​ທີ່​ເປັນ​ຜູ້​ສະ​ໜັບ​ສະ​ໜູນ​ອາ​ເມ​ລິ​ກາ​ສືບ​ຕໍ່​ຢູ່​ໃນສັນ​ຍາ​ປາ​ຣີ​ນັ້ນ​ບໍ່​ໄດ້​ເຂົ້າ​ຮ່ວມ​ການ​ຖະ​ແຫຼງ​ຂ່າວ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ