ຣັດ​ເຊຍ​ອາດ​ຈະ​ສົ່ງ​ຍານ​ອ​ະວະ​ກາດ​ບັນ​ທຸກ​​ຄົນ​ຣຸ້ນ​ໃໝ່​​ຂຶ້ນ​ສູ່ອ​ະ​ວະ​ກາດໃນ​ປີ 2022
2017-06-03 16:09:32  cri 
ວັນ​ທີ 2 ມິ​ຖຸນ​າ​ນີ້, ທ່ານ ໂຄ​ມາ​ໂຣ​ວ໌ ຜູ້​ອຳ​ນວຍ​ການ​ໃຫຍ່​ກຸ່ມ​ບໍ​ລິ​ສັດ​ການ​ບິນ​ອະ​ວະ​ກາດ​​ຂອງປະ​ເທດ​ຣັດ​ເຊຍ​ກ່າວ​ວ່າ: ຍານ​ອະ​ວະ​ກາດ​ບັນ​ທຸກຄົນ Federation ຣຸ້ນ​ໃໝ່​ຂອງ​ຣັດ​ເຊຍ​ຈະ​ໄດ້​ຮັບ​ການ​ສົ່ງ​ຂຶ້ນ​ສູ່​ອະ​ວະ​ກາດ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 2022.

ທ່ານ ໂຄ​ມາ​ໂຣ​ວ໌ ໄດ້​ໃຫ້​ຮູ້​ຂ່າວ​ດັ່ງ​ກ່າວ​ໃນ​ໄລ​ຍະ​ເຂົ້າ​ຮ່ວມກກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດຊັນ​ດ໌ ປີ​ເຕີ​ສ໌​ເບີກ​ໃນ​ມື້​ດຽວ​ກັນ. ທ່ານ​ກ່າວ​ວ່າ: ຣັດ​ເຊຍ​ໄດ້​ຕົກ​ລົງ​ຈະ​ສົ່ງ​ຍານ​ອະ​ວະ​ກາດ​ບັນ​ທຸກ​ມະ​ນຸດ Federation ດ້ວຍ​ຈະ​ຫຼວດ​ສົ່ງ​ຍານ​ Soyuz-5. ເຊິ່ງ​ຈະ​ຫຼວດ​ສົ່ງ​ຍານ​ເຄື່ອງ​ບິນບັນ​ທຸກ​ມະ​ນຸດ​ແບບ​ໃໝ່​ດັ່ງ​ກ່າວ​ຈະ​ສາ​ມາດ​ຫຼຸດ​ຕົ້ນ​ທຶນ​ການສົ່ງຍານ​ໃຫ້​ໜ້ອຍ​ລົງ​ຢ່າງ​ຫຼວງ​ຫຼາຍ ແລະຍົກສະ​ມັດ​ຕະ​ພາບດ້ານ​ການ​ບໍ​ລິ​ການ​ການ​ສົ່ງ​ຍານ​ໃຫ້​ສູງ​ຂຶ້ນ.

ຍານ​ອະ​ວະ​ກາດ​ບັນ​ທຸກ​ຄົນ Federation ແມ່​ນ​ກຸ່ມ​ບໍ​ລິ​ສັດ​ການ​ບິນ​ອະ​ວະ​ກາດ​ ແລະຈະ​ຫຼວດ​ Energia ​ຂອງ​ຣັດ​ເຊຍ (RKK) ​ເປັນ​ຜູ້​ຄົ້ນ​ຄວ້າ​ຜະ​ລິດ​ເອງ ເຊິ່ງ​ໄດ້​ຮັບ​ການ​ນຳ​ໃ​ຊ້​ໃນ​ການ​ຂົນ​ສົ່ງ​ຜູ້​ຄົນ​ແລະເຄື່ອງ​ວັດ​ຖຸ​​ຕ່າງໆ​ໄປ​ສູ່​ຕໍ່​ວົງ​ໂຄ​ຈອນ​​ທີ່ໃກ້​ກັບ​ໜ້າ​ດິນ​ໜ່ວຍ​ໂລກ​ແລະ​ດວງ​ຈັນ. ຈະ​ຫຼວດ​ສົ່ງ​ຍານ​ອະ​ວະ​ກາດ​ບັນ​ທຸກ​ຄົນ ​ Soyuz ທີ່​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ປັດ​ຈຸ​ບັນ​ຂອງ​ຣັດ​ເຊຍ​ພຽງ​ແຕ່​ສາ​ມາດ​ບັນ​ທຸກ​ 3 ຄົນ​ໄດ້ເທົ່າ​ນັ້ນ, ສ່ວນ​ຍານ​ອະ​ວະ​ກາດ Federation ​ຫຼາຍ​ທີ່​ສຸດສາ​ມາດ​ບັນ​ທຸກ 4 ຄົນ. ຍານ​ອະ​ວະ​ກາດ​ສາ​ມາດ​ບິນ​ຢູ່​ໃນ​ອະ​ວະ​ກາດ​ຢ່າງ​ເປັນ​ເຈົ້າ​​ການ​ເປັ​ນ​ເວ​ລາ 30 ວັນ, ​​ຢູ່​ໃຕ້ສະ​ພາບ​ທີ່​ເຊື່ອມ​ຕໍ່​ກັບ​ສະ​ຖາ​ນີ​ອະ​ວະ​ກາດ​ຕ​າມ​ວົງ​ໂຄ​ຈອນ​ສາ​ມາດ​ບິນ 1 ປີ​​ຢ່າງ​ຕໍ່​ເນື່ອງໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ