ທ່ານປູ​ຕິນ​ຫວັງ​ໃຫ້​ຂະ​ຫຍາຍ​ການ​ພົວ​ພັນ​ກັບ​ອາ​ເມ​ລິ​ກາ​ໂດຍ​ອີງ​ໃສ່​ການ​ຮ່ວມ​ມື​ດ້ານ​ການ​ຄ້າແລະ​ການ​ລົງ​ທຶນ
2017-06-03 16:13:44  cri 
ວັນ​ທີ 2 ມິ​ຖຸ​ນາ​ນີ້, ທ່ານ​ວາ​ລະ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ວ່າ, ການ​ພົວ​ພັນ​ການ​ຄ້າ ແລະ ການ​ລົງ​ທຶນ​ທີ່​ໝັ້ນ​​ຄົງ ​ສາ​ມາດ​ກາຍ​ເປັນເຄືອ​ຂ່າຍ​​ທີ່​ປອດ​ໄພ​ໃນ​ການ​ປົກ​ປ້ອງ​ການ​ພົວ​ພັນ​ທາງ​ການ​ເມືອງ​ລະ​ຫວ່າງ​ຣັດ​ເຊຍ ກັບ ອາ​ເມ​ລິ​ກາ.

ມື້​ດຽວ​ກັນ, ໃນ​ເວ​ລາ​ເຂົ້າ​ຮ່ວມ​ເວ​ທີ​ການ​ສົນ​ທະ​ນາ​ການ​ຄ້າ​ຣັດ​ເຊຍ-ອາ​ເມ​ລິ​ກາ​ຂອງເວ​ທີປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ສາ​ກົນແຊງ​ປິ​ເຕີ​ສ​ບວກ, ທ່ານ​ປູ​ຕິນ​ກ່າວ​ວ່າ, ການ​ພົວ​ພັນ​ການ​ຄ້າ ແລະ ການ​ລົງ​ທຶນ​ທີ່​ໝັ້ນ​​ຄົງ ​ສາ​ມາດ​ສ້າງ​ເຄືອ​ຂ່າຍທີ່​​ປອດ​ໄພ​ໃນ​ການ​ປົກ​ປ້ອງການ​ພົວ​ພັນ​ທາງ​ການ​ເມືອງ​ລະ​ຫວ່າງ​ຣັດ​ເຊຍ-ອາ​ເມ​ລິ​ກາ. ແຕ່​ພື້ນ​ຖານ​ການ​ຮ່ວມ​ມື​ລະ​ຫວ່າງ​ຣັດ​ເຊຍ-ອາ​ເມ​ລິ​ກາ​ທີ່​ມີ​ຢູ່​ມາ​ແຕ່​​ຫຼາຍ​ສິບ​ປີ​ທີ່​ຜ່ານ​ມາ​ນັ້ນ​ໄດ້​ຖືກ​ທຳ​ລາຍ​ແລ້ວ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ກຳ​ລັງ​ຢູ່​ໃນ​ລະ​ດັບ​ຕ່ຳ​​ທີ່ສຸດ​ຫຼັງ​ຈາກ​ສົງ​ຄາມເຢັນ. ການ​ພົວ​ພັນ​ແນວ​ນີ້​​ໄດ້​ນຳ​ເອົາ​ຜົນ​ຮ້າຍ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ເສ​ດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ, ​ເຊິ່ງໄລ​ຍະ​ແຕ່​ປີ 2014 ຫາ​ປີ 2016,ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຫຼຸ​ດ​ລົງ 30%.

ທ່ານ​ປູ​ຕິນ​ຊີ້​ອອກວ່າ, ຣັດ​ເຊຍ​ຍິນ​ດີ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ທີ່​ສະ​ເໝີ​ພາບ ແລະ ສ້າງ​ສັນ​ກັບ​ອາ​ເມ​ລິ​ກາ, ອອກ​ແຮງ​ສະ​ໜັບ​ສະ​ໜູນ​ໂຄງ​ການ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ, ເພື່ອ​ດຶງ​ດູດ​ບໍ​ລິ​ສັດ​ອາ​ເມ​ລິ​ກາ​ເຂົ້າ​ຮ່ວມ​ການ​ກໍ່​ສ້າງອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ​ ແລະ ​ພື້ນ​ຖານ​ໂຄງ​ລ່າງຂອງຣັດ​ເຊຍ.

​ທ່ານ​ປູ​ຕິນ​ກ່າວ​ວ່າ, ການ​ພົວ​ພັນ​ຣັດ​ເຊຍ-ອາ​ເມ​ລິ​ກາ​ຫັນ​ເປັນ​ປົກ​ກະ​ຕິ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ທັງ​ສອງ​ປະ​ເທດ. ຣັດ​ເຊຍ​ຈະ​ສືບ​ຕໍ່​​ປຶກ​ສາ​ຫາ​ລື​ກັບ​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ຢ່າງ​ເໝາະ​ສົມ. 

​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ສາ​ກົນແຊງ​​ປິ​ເຕີ​ສ​ບວກທີ່​ດຳ​ເນີນ​ເປັນ​ເວ​ລາ 3 ມື້​ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ແຊ​ງ​ປິ​ເຕີ​ສບວກ​ຂອງ​ຣັດ​ເຊຍ​ໃນ​ວັນ​ທີ 1 ມິ​ຖຸ​ນາ​ນີ້ ເຊິ່ງເວ​ທີ​ປຶກ​ສາ​ຫາ​ລື​ນີ້​ເລິ່ມ​ຈັດ​ຂຶ້ນ​ແຕ່​ປີ 1997, ປັດ​ຈຸ​ບັນ ໄດ້​ກາຍ​ເປັນ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​​ສາ​ກົນຂະ​ໜາດ​ໃຫຍ່​​ທີ່​ສຳ​ຄັນ​ຂອງ​ຣັດ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ