ນາ​ຍົກ​ໄທ​ມີ​ແຜນ​ຈະ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ໃນ​ເດືອນ​ກໍ​ລະ​ກົດ​ເພື່ອເນັ້ນ​ການ​ຫາ​ລື​ບັນ​ຫາ​ການ​ຄ້າ
2017-06-03 16:15:17  cri 
ລັດ​ຖະ​ບານ​ໄທ​ໃຫ້​ຮູ້​ວ່າ, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ໂດ​ນັດ ທ​ຣຳ ປະ​ທ​າ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ, ​ທ່ານພົນ​ເອກ ປ​ຣະຍຸດ ຈັນ​ໂອຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ມີ​ແຜນ​​ຈະໄປ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ໃນ​ເດືອນ​ກໍ​ລະ​ກົດ ເພື່ອ​​ເນັ້ນ​ການຫາ​ລືບັນ​ຫາ​ການ​ຄ້າ.

ໂດຍ​ເປັນ​ກະ​ກຽມ​ການ​ຢ້ຽມ​ຢາມ​ອາ​ເມລິ​ກາ​ເທື່ອ​ນີ້, ​ທ່ານພົນ​ເອກ ປ​ຣະຍຸດ​ໄດ້ສັ່ງ​ໃຫ້​ກະ​ຊວງ​ການ​ຄ້າ​ໄທ​ເປັນ​ຜູ້​ຮັບ​ຜິດ​ຊອບ​ຕົ້ນ​ຕໍ ​ຈັດ​ສັນຂໍ້​ມູນ​ນຳ​ກັນ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ອື່ນໆ ເຊິ່ງເນື້ອ​ໃນ​​ຂໍ້​ມູນລວມ​ທັງ​ການ​ລົງ​ທຶນ​ການ​ຄ້າ ແລະ ການ​ພົວ​ພັນ​ເສດ​ຖ​ະ​ກິດ​ລະ​ຫວ່າງ​ໄທ ກັບ ອາ​ເມ​ລິ​ກາ, ເພື່ອ​ແກ້​ໄຂຫົວ​ຂໍ້ຈຸດ​​ສຸມ​ຕ່າງ​ໆ ເຊັ່ນ, ​ບັນ​ຫາລ່ວງ​ລະ​ເມີດ​ສິດ​ຊັບ​ສິນທາງ​ປັນ​ຍາ ແລະ ບົດ​ລາຍ​ງານສະ​ພາບ​ປົກ​ປ້ອງ​ສິດ​ສັບ​ຊິນ​ທາງ​ປັນ​ຍາ​ເປັນ​ຕົ້ນ.

ປີ​ກາຍ​ນີ້, ໄທ​ໄດ້​ປຽບ​ດຸນ​ການ​ຄ້າ​ກັບ​ອາ​ເມ​ລິ​ກາ​ປະ​ມານ 19 ຕື້​ໂດ​ລາ​ສະ​ຫະ​ລັດ. ກ່ອນ​ໜ້າ​ນີ້, ​ສື່ມວນ​ຊົນ​ໄທ​ລາຍ​ງານ​ວ່າ, ລັດ​ຖະ​ບານ​ອາ​ເມ​ລິ​ກາ​​ກຳ​ລັງສຳ​ຫຼວດ​ນະ​ໂຍ​ບາຍ​ການ​ຄ້າ​​ຕໍ່​ບັນ​ຫາ​ປະ​ເທດທີ່​ໄດ້​ປຽບ​ດຸນ​ການ​ຄ້າ​ກັບ​ອາ​ເມ​ລິ​ກາ​ຄືນ​ໃໝ່​ ໃນ​ນັ້ນລວ​ມ​ທັງ​ປະ​ເທດ​ໄທ. ນອກ​ນັ້ນ, ໃນ​ບົດ​ລາຍ​ງານ​ປະ​ຈຳ​ປີ​ກ່ຽວ​ກັບ​ສະ​ພາບ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ທີ່​ອາ​ເມ​ລິ​ກາ​ປະ​ກາດໃນ​ທ້າຍ​ເດືອນ​ເມ​ສາ​ແລ້ວ​ນີ້, ໄທ​ຖືກ​ຈັດ​ເຂົ້າ​ໃນບັນ​ຊີ​ລາຍ​ຊື່ສຳ​ຫຼວດ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ເປັນ​ຈຸດ​ໜັກ ເຊິ່ງ​ເປັນ​ປີ​ທີ 10 ​ຢ່າງ​ລຽນ​ຕິດ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ