ອາ​ເມ​ລິ​ກາ​ກ່າວ​ປະ​ນາມ​ຕໍ່​ເຫດ​ການ​ຫຼອນ​ໂຈມ​ຕີ​ທີ່​ເກີດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ລອນດອນ
2017-06-04 17:34:20  cri 

ຕາມ​ຂ່າວCRI:ກະ​ຊວງ​ການ​ຕ່າງ​ປະ​ເທດອາ​ເມ​ລິ​ກາ​ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 3 ມິ​ຖຸ​ນາ​ນີ້, ​ໂດຍ​ໄດ້​ກ່າວ​ປະ​ນາມ​ຕໍ່​ເຫດ​ການ​​ໂຈມ​ຕີສາ​ມັນຊົນ​ຫຼາຍ​ຄັ້ງ​ທີ່​​ເກີດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ລອນດອນ​ຂອງ​ອັງ​ກິດ. ທ່ານໂດ​ນານດ໌ ທຣຳ, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກໍ່​ໄດ້​ພິມ​ບົດ​ລົງສື່ສັງ​ຄົມ​ວ່າ, ອາ​ເມ​ລິ​ກາ​ຍິນ​ດີ​ໃຫ້​ຄວາມຊ່ວຍ​ເຫຼືອທຸກ​ຢ່າງ.
ໃນວັນທີ 3 ມິຖຸນານີ້ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງລອນດອນໄດ້ເກີດ


ເຫດການ​ຫຼອນ​ໂຈມ​ຕີ​ສາ​ມັນຊົນ 3 ຄັ້ງ, ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 6 ​ຄົນ, ​ຕຳ​ຫຼວດໄດ້​ຖື​ເຫດ​ການ​ຫຼອນ​ໂຈມ​ຕີ​ນີ້​ເປັນ​ເຫດ​ການ​​ໂຈມ​ຕີແບບເພື່ອ​ກໍ່​ການ​ຮ້າຍ.
ທ່ານ​ນາງ​ຮີ​ເຊີ ນໍ​ເອິດ, ໂຄ​ສົກ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ຖະ​ແຫຼງ​ການ​ວ່າ, ອາ​ເມ​ລິ​ກາ​ກ່າວ​ປະ​ນາມ​ຕໍ່ເຫດ​ການ​ຫຼອນ​ໂຈມ​ຕີ​ຕໍ່​ສາ​ມັນຊົນ​ທີ່​ເກີດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ລອນດອນ, ກ່າວ​ວ່າ​ເຫດ​ການ​ຫຼອນ​ໂຈມ​ຕີ​ນີ້​ເປັນ​ການ​ກະ​ທຳ​ຂອງຂີ້​ໂຍ່ຍ. ຖະ​ແຫຼງ​ການ​ຂຽນວ່າ, ອາ​ເມ​ລິ​ກາ​ເຂົ້າ​ໃຈ​ວ່າ​ຝ່າຍ​ຕຳ​ຫຼວງ​ອັງ​ກິດ​ກຳ​ລັງ​ຖື​ເກ​ດ​ການ​ຫຼອນ​ໂຈມ​ຕີ​ນີ້​ເປັນ​ເຫດ​ການ​ຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍ. ຖ້າ​ວ່າ​ລັດ​ຖະ​ບາ​ນ​ອັງ​ກິດ​ສະ​ເໜີ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ, ອາ​ເມ​ລິ​ກາ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ວຍ​ຮູບ​ການ​ໃດໆຕະ​ຫຼອດ​ເວ​ລາ.


ຖະ​ແຫຼງ​ກາ​ນຂ​ຽນ​ວ່າ, ​ຈິດ​ໃຈ​ຂອງພວກ​ເຮົາຢູ່​ນຳ​ກັນ​ກັບ​ພີ່​ນ້ອງ​ຄອບ​ຄົວ​ຂອງ​ຜູ້​ເສຍ​ຊີ​ວິດ, ຫວັງ​ວ່າ​ຜູ້​ບາດ​ເຈັບ​ຈະຫາຍ​ອາ​ການ​ເຈັບ​ໂດຍ​ໄວ. ປະ​ຊາ​ຊົນ​ອາ​ເມ​ລິ​ກາ​ທັງ​ໝົດຈະ​ຢືນ​ຢູ່​ຮ່ວມ​ກັນ​ກັບປະ​ຊາ​ຊົນ​ອັງ​ກິດ​ຢ່າງ​ເດັດ​ດ່ຽວ.


ທ່ານ​ໂດ​ນານ ທຼາມ​ກໍ່​ໄດ້​ກ່າວ​ທາງ​ສື່ມວນ​ຊົນ​ສັງ​ຄົ​ມ​ວ່າ, ອາ​ເມ​ລິ​ກາ​ຍິນ​ດີ​ໃຫ້​ການ​ຊ່ວຍ​ເຫຼືອ​ທີ່ມ​ຄ​ວາມ​ຈຳ​ເປັນ​ດ້ວຍ​ຮູບ​ການ​ໃດໆ​ແກ່​ອັງ​ກິດ. "ພ​ວກ​ເຮົາ​ຢູ່​ນຳ​ກັນ​ກັບ​ພວ​ກ​ເຈົ້າ"​​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ