ສູນ​ວັດ​ທະ​ນະ​ທຳ​ຈີນ​ບາງກອກ​ໄທ​ຈັດ​ກິດ​ຈະ​ກຳ​ຕ່າງໆ​ຂອງ "ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ມໍ​ລະ​ດົກໂລກ​ທີ່​ບໍ່​ແມ່ນ​ວັດ​ຖຸ​ຂອງ​ຈີນ "
2017-06-04 17:45:44  cri 

ຕາມ​ຂ່າວCRI: ວັນ​ທີ 3 ມິ​ຖຸ​ນາ​ນີ້, ກິດ​ຈະ​ກຳ"ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ມໍ​ລະ​ດົກໂລກ​ທີ່​ບໍ່​ແມ່ນວັດ​ຖຸ​ຂອງ​ຈີນ "​ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ວັດ​ທະ​ນະ​ທຳ​ຈີນ​ບາງກອກ​​ຂອງໄທ.

ເພື່ອ​ຮັກ​ສາ​ແລະ​ສືບ​ທອດ​ວັດ​ທະ​ນະ​ທຳ​​ອັນ​ເປັນມູນ​ເຊື້ອ​ທີ່​ດີ​ເດັ່ນ​ຂອງ​ຈີນ, ໃນ​ປີ 2006, ລັດ​ຖະ​ບານ​ຈີນ​​ໄດ້ກຳ​ນົດໄວ້​ວ່າ​ແຕ່​ລະ​ວັນ​ເສົາ​ ​ທີ 2 ຂອງ​ເດືອນ​ມິ​ຖຸ​ນາ​ທຸກ​ປີເປັນ "ວັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ", ​ແຕ່ປີ​ນີ້​ເປັນ​ຕົ້ນ​ໄປ​ປັບ​ປຸງ​ໃຫ້​ເປັນ "ວັນ​ວັດ​ທະ​ນະ​ທຳ​ແລະ​ທຳ​ມະ​ຊາດ", "ວັນ​ມໍ​ລະ​ດົກວັດ​ທະ​ນະ​ທຳ​ແລະ​​ທຳ​ມະ​ຊາດ"ຂອງ​ປີ​ນີ້​ແມ່ນ​ວັນ​ທີ 10 ເດືອນ​ມິ​ຖຸ​ນາ​ນີ້.

ກິດ​ຈະ​ກຳ​ຕ່າງໆ​ຂອງ"ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ມໍ​ລະ​ດົກໂລກ​ທີ່​ບໍ່​ແມ່ນ​ວັດ​ຖຸ​​ຂອງ​ຈີນ "​ແມ່ນ​ກິດ​ຈະ​ກຳ​ທີ່​ເຜີຍ​ແຜ່ແລະ​ສະ​ແດງ​​ວັດ​ທະ​ນະ​ທຳອັນ​ເປັນ​ມູນ​ເຊື້ອ​
ທີ່ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ​ແລະ​ຫຼາຍຮູບ​ການ​, ເຊິ່ງ​ມີ​ຈຸດ​ປະ​ສົງ​ເພື່ອ​ສະ​ແດງວັດ​ທະ​ນະ​ທຳອັນ​ເປັນມູນ​ເຊື້ອທີ່​ດີ​ເດັ່ນ​ຂອງ​ຈີນ, ເຮັດ​ໃຫ້​ປະ​ຊາ​ຊົນໄທ​ສຳຜັດ​​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ຂອງ​ຈີນ​ຢ່າງ​ໃກ້​ຊິດ.


ກິດ​ຈະ​ກຳ​ດັ່ງ​ກ່າວ​ນີ້ຖື​ກະ​ຊວງວັດ​ທະ​ນະ​ທຳ​ຈີນ​ເປັນ​ເຈົ້າ​ພາບ, ຈັດ​ຂຶ້ນ​ໂດຍ​ສູນ​ວັດ​ທະ​ນະ​ທຳ​ຈີນ​ບາງກອກ, ສູນ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ​ກັບ​ຕ່າງ​ປະ​ເທດແລະ​ສະ​ມາ​ຄົມ​ຂະ​ແໜງ​ການ​ເຄື່ອງ​ສີ​ລະ​ປະ​ແຂວງ​ກວາງ​ຕຸ້ງ​ຮ່ວມ​ກັນ. ທ່ານ​ເສີນ​ຈຽງ, ທີ່​ປຶກ​ສາ​ວັດ​ທະ​ນະ​ທຳ​ຂອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ໄທ, ທ່ານ​ລານ​ ສີ ໂຫງ, ຫົວ​ໜ້າ​ສູນ​ວັດ​ທະ​ນະ​ທຳ​ຈີນ​ບາງກອກ​ແລະ​ແຂກ​ຈີນ​ໄທ​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ