ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ເຢຍ​ລະ​ມັນ ແລະ ແບນ​ຊິກ ກັບ​ຄືນນະ​ຄອນ​ຫຼວງ​ປັກ​ກິ່ງ
2017-06-04 17:08:32  cri 
ຕອນ​ທ່ຽງ​ວັນ​ທີ 3 ມິ​ຖຸ​ນາ​ນີ້ຕາມ​ເວ​ລາ​ປັກ​ກິ່ງ, ​ພາຍ​ຫຼັງທ່ານ​ຫຼີ​ເຄີ້​​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​​ຢ່າງ​ເປັນ​ທາງ​ການ​​ຕໍ່ເຢຍ​ລະ​ມັນ ແລະ ແບນ​ຊິກ ຢ່າງ​​ສຳ​ເລັດ​ຜົນ, ແລະ​ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ປະ​ຈຳ​ປີ​ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ-​ເຢຍ​ລະ​ມັນ, ​ພ້ອມ​ທັງການ​ພົບ​ປະລະ​ຫວ່າງ​ຜູ້​ນຳ​ຈີນ​ກັບ​ສະ​ຫະ​ພາ​ບ​ເອີ​ລົບ​ຄັ້ງ​ທີ 19 ແລ້ວ, ​ໄດ້​ເດີນ​ທາງ​ດ້ວຍ​ເຮືອ​ບິນ​ພິ​ເສດ​ກັບ​ຄືນ​ມາ​ຮອດນະ​ຄອນ​ຫຼວງ​ປັກ​ກິ່ງ.

ໃນ​ເວ​ລາ​ທ່ານ​ຫຼີ້​ເຄີ້​ສຽງ​ເດີນ​ທາງ​ອອກ​ລາຈາກນ​ະ​ຄອນ​ຫຼວງ​ຣຸກແຊນ, ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂອງ​ອົງ​ການ​ສະ​ຫະ​ພາບ​ເອີ​ລົບ​ແລະ​ລັດ​ຖະ​ບານ​ແບນ​ຊິກ, ທ່ານ​ນາງຢາງ​ຢ້ຽນ​ອີ ຫົວ​ໜ້າ​ຄະ​ນະທູດ​ຈີນ​ປະ​ຈຳ​ສະ​ຫະ​ພາບ​ເອີ​ລົບ, ທ່ານ​ສູ​ຊິ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ແບນ​ຊິກ​ແລະທ່ານ​ອື່ນໆ ໄດ້​ໄປ​ສົ່ງ​ຢູ່​ສະ​ໜາມ​ບິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ